ສະພາບປະກົດການຫຍໍ້ທໍ້ 1 ອາທິດ ທີ່ເກີດຂຶ້ນໃນ ນວ

0
1048

ແຕ່ວັນ​ທີ 7 – 13 ຕຸລາ 2020, ສະພາບປະກົດການຫຍໍ້ທໍ້ເກີດ​ຂຶ້ນ​ ທົ່ວ​ນະຄອນຫຼວງວຽງຈັນ (ນວ) ຈໍານວນ 35 ​ເລື່ອງ.ໃນນີ້,ທຳລາຍຊັບ1 ເລື່ອງ; ປຸ້ນຊັບ1 ເລື່ອງ; ຊີງຊັບ 1 ເລື່ອງ; ລັກຊັບ 19ເລື່ອງ.ໃນນີ້, ງັດແງະ 7 ເລື່ອງ; ລັກລົດໃຫຍ່ 1 ເລື່ອງ ແລະ ລົດຈັກເສຍ 11ເລື່ອງ; ຊື້-ຂາຍຢາເສບຕິດ 7 ເລື່ອງ ແລະ ເສບຢາເສບຕິດ 7 ເລື່ອງ ເສຍຫາຍເງິນ 106.938.000 ກີບ, ລົດໃຫຍ່ 1 ຄັນ, ລົດຈັກ11ຄັນ, ລົດຖີບ 1 ຄັນ, ຄໍາຮູບປະພັນ ໜັກ 1ບາດ 1 ສະຫຼຶງ, ສາຍແຂນຄໍາຝຣັ່ງ 1 ເສັ້ນ, ໂທລະສັບມືຖື 4 ເຄື່ອງ, ໂມງໃສ່ແຂນ 5ໜ່ວຍ, ສາຍແອວທອງນາກ ໜັກ 8 ບາດ ແລະ ເຄື່ອງອື່ນ​ໆຈຳນວນ​ໜຶ່ງ.

ໃນນີ້, ສະພາບປຸ້ນຊັບພົນລະເມືອງ : ເວລາ 6:00 ໂມງ ຂອງວັນ​ທີ 7 ຕຸລາ 2020 ນາງ ເສົາ ອາຍຸ 41 ປີ ອາຊີບຄ້າຂາຍຢູ່ບ້ານນາຜາສຸກ ເມືອງໄຊທານີໄດ້ມີຄົນຮ້າຍ 6-7 ຄົນ ປີນກໍາແພງໜ້າເຮືອນ ແລ້ວໃຊ້ປືນສັ້ນ ບໍ່ຊາບຊະນິດ ມາຈີ້ຜູ້ກ່ຽວ ແລະ ບອກໃຫ້ເອົາເງິນມາໃຫ້, ພາຍຫຼັງ ທີ່ໄດ້ເງິນແລ້ວ ຄົນຮ້າຍໄດ້ໜີໄປຕາມເສັ້ນທາງ 13 ໃຕ້ ຜົນເສຍຫາຍເງິນ 60.000.000 ກີບ.

ສະພາບງັດແງະລັກຊັບພົນລະເມືອງ: ເວລາ 14:00 ໂມງ ຂອງວັນ​ທີ 7ຕຸລາ  2020 ໄດ້ມີຄົນຮ້າຍ ເຂົ້າລັກຊັບຢູໃນຮ້ານຂາຍເຄື່ອງ ຂອງທ້າວ ເກສອນ 35 ປີ ຢູ່ບ້ານຊຽງດາ ເມືອງໄຊເຊດຖາ; ຜົນ​ເສຍ​ຫາຍມີ ເງິນ 10.900.000 ກີບ, ຄຳຮູບປະພັນ ໜັກ 1 ສະຫຼຶງ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ. ເວລາ 5:00 ໂມງ ຂອງວັນ​ທີ 11 ຕຸລາ 2020 ທ້າວ ວົງສົດ 34 ປີ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ໄດ້ຈອດລົດກະບະ ຮູນໄດ H100 ສີຂາວ ປ້າຍທະບຽນ ກທ 6239 ກຳແພງນະຄອນ ໄວ້ຢູ່ໜ້າເຮືອນຖືກຄົນຮ້າຍລັກ.

ສະພາບອຸບັດຕິເຫດ: ທົ່ວນະຄອນຫຼວງວຽງຈັນມີອຸບັດຕິເຫດເກີດຂຶ້ນທັງໝົດ27ເລື່ອງ, ພາຫະນະເປ່ເພ 47ຄັນ, ຄົນໄດ້ຮັບບາດເຈັບ 40 ຄົນ, ຄົນເສຍຊີວິດ 2 ຄົນ ຊື່ ທ້າວ ນົງນຸດ 39 ປີບ້ານທ່າພະ ເມືອງ ຫາດຊາຍຟອງ ສະຖານທີ່ເກີດເຫດເຂດ ບ້ານຊຽງຄວນ ເມືອງຫາດ ຊາຍຟອງ; ໃນເວລາ 20:10ໂມງ ຂອງວັນທີ 11 ຕຸລາ 2020 ລົດຈັກຕໍາກັບລົດ ຈັກ ຜູ້ຂັບຂີ່ລົດຈັກເສຍຊີວິດ; ນາງ ນໍ້າຝົນ 21 ປີ ພັກເຊົາຢູ່ບ້ານຊຽງດາ ເມືອງໄຊເສດຖາ; ສະຖານທີ່ເກີດເຫດເຂດບ້ານດອນກອຍ ເມືອງສີສັດຕະນາກ; ໃນເວລາ 23:50ໂມງ ຂອງວັນທີ 11 ຕຸລາ 2020 ລົດຍົນຕຳກັບລົດຈັກຜູ້ຂັບຂີ່ລົດຈັກເສຍຊີວິດ.

ສະພາບອັກຄີໄພ ເກີດຂຶ້ນ 1 ເລື່ອງໃນເວລາ 3:30 ໂມງ ຂອງວັນ​ທີ 11 ຕຸລາ  2020 ​ໄດ້​ມີ​ເຫດການ​ໄຟ​ໄໝ້ ຮ້ານອາຫານ ສະເໜ່ດອກຮັກ ເກົ່າ ຕັ້ງຢູ່ບ້ານດົງກະເລົາ ເມືອງສີໂຄດຕະບອງ ຮ້ານຂອງທ້າວ ລັດຕິກອນ 47 ປີ ຄ້າຂາຍ ຢູ່ບ້ານດັ່ງກ່າວໄໝ້ໝົດຫຼັງ. ສ່ວນສາ​ເຫດ​ ແລະ ມູນຄ່າ​ຜົນ​ເສຍ​ຫາຍ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.