ສະຫຼຸບປະເມີນຜົນ 4 ບຸກ ໜ່ວຍຊາວໜຸ່ມຫ້ອງສັນຕິບານ ປກສ ແຂວງໄຊຍະບູລີ

0
687

ອາທິດຜ່ານມາ, ໜ່ວຍຊາວໜຸ່ມຫ້ອງສັນຕິບານ ປກສ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມກວດກາປະເມີນຜົນ 4 ບຸກ ປະຈໍາປີ 2020, ໂດຍການເປັນປະທານຂອງ ສະຫາຍ ຮອ ບຸນຄົງ ເພັດວິໄຊ ຄະນະປະຈໍາ ຊປປລ ຮາກຖານກອງບັນຊາການ ປກສ ແຂວງ ເລຂາໜ່ວຍຊາວ ໜຸ່ມຫ້ອງສັນຕິບານ.ມີ ສະຫາຍ ພັຕ ແສນໄຊ ພົນອາສາ ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາ ຊປປລ ຮາກຖານກອງບັນ ຊາການ ປກສ ແຂງ,ສະຫາຍ ພັທ ນາງ ສົມພອນ ສຸລິຍາ ຄະນະພັກຮາກຖານຫ້ອງສັນຕິບານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນ ແລະສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ຮອ ບຸນຄົງ ເພັດວິໄຊ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ແລະທິດທາງແຜນການ ປີ 2021, ໂດຍຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ພາຍໃຕ້ການຊີ້ນໍາ – ນໍາພາຂອງຄະນະພັກຮາກຖານ ແລະ ຄະນະ ຊປປລ ຮາກຖານກອງບັນຊາການ ປກສ ແຂວງ ບັນດາສະຫາຍ ສະມາຊິກຊາວໝຸ່ມພາຍໃນໜ່ວຍໄດ້ອອກແຮງແຂ່ຂັນກັນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວສ້າງຜົນງານປະກອບສ່ວນດ້ານຕ່າງໆ ຖືກຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ.ໂດຍສະເພາະ ການຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານແລະໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມເປັນປົກກະຕິ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ,ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ເຊື່ອໝັ້ນຕໍ່ແນວທາງຂອງພັກມີຄວາມເປັນແບບ ຢ່າງນໍາໜ້າໃນການປະຕິບັດໜ້າທີ່ຢູ່ທຸກຂົງເຂດວຽກງານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.

ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ,ໂດຍສະເພາະ ແມ່ນບຸກດ້ານແນວຄິດ ປະຕິບັດໄດ້ 93,95; ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 91,21​; ບຸກທາງດ້ານການຈັດຕັ້ງປະຕິບັດໄດ້ 92,16;ບຸກດ້ານວິຊາຊີບສ້າງວຽກເຮັດງານທໍາ ປະຕິບັດໄດ້ 90,41% ແລະ ສະ ມາຊິກຊາວໜຸ່ມ ໄດ້ປະເພດແຂງ 64 ສະຫາຍ,​ຍິງ 14 ສະຫາຍ, ປະເພດກາງ 1​ສະຫາຍ, ຍິງ1​ສະຫາຍ, ໜ່ວຍຊາວໜຸ່ມໄດ້ປະເພດແຂງ ແລະ ຖືກຮັບຮອງເປັນໜ່ວຍ 4 ບຸກ.

ໃນໂອກາດນີ້, ສະຫາຍ ພັຕ ແສນໄຊ ພົນອາສາ ໄດ້ຍ້ອງຍໍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມໄດ້ເນັ້ນໃຫ້ບັນດາຄະນະໜ່ວຍຊາວໝຸ່ມ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍໃຫ້ມີຄາມໜັກແໜ້ນຂຶ້ນຕື່ມ . ພ້ອມກັນເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງເຂັ້ມງາດ,ເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍ ໃຫ້ເປັນປືກແຜ່ນ ແໜ້ນໜາເປັນຈິດໜຶ່ງໃຈດຽວ ເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄື ຂອງຄະນະ ຊປປລ ວາງອອກໃຫ້ປະ ກົດຜົນເປັນຈິງ.