ປກສ ແຂວງສະຫວັນນະເຂດ ລົງກວດກາວຽກງານກໍ່ສ້າງຮາກຖານການເມືອງ

0
472

ໃນວັນທີ 13-14 ຕຸລາ ຜ່ານມາ, ຄະນະກອງບັນຊາການ ປກສ ແຂວງສະຫວັນນະເຂດໄດ້ລົງກວດກາຊຸກ ຍູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຢູ່3ເມືອງ ຄື: ປກສ ເມືອງທ່າປາງທອງ, ປກສ ເມືອງສອງຄອນ ແລະ ປກສ ເມືອງ ໄຊພູທອງ,ນຳໂດຍ ພັທ ບຸນເລີດ ຄະທຸມພົມ ຮອງກອງບັນຊາການ ປກສ ແຂວງ,ພ້ອມດ້ວຍຄະນະ,ມີຄະນະກອງບັນຊາການ ປກສ ເມືອງ, ຄະນະພະແນກ, ປກສ ກຸ່ມບ້ານ ແລະ ພະນັກ ງານທີ່ລົງກໍ່ສ້າງຮາກຖານການເມືອງ ທັງ 3 ເມືອງເຂົ້າຮ່ວມ.

ໃນການລົງກວດກາຊຸກຍູ້-ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງຄັ້ງນີ້, ຄະນະກອງບັນຊາການ ປກສ ແຂວງ ກໍໄດ້ຮັບຟັງການລາຍງານຈາກກອງບັນຊາການ ປກສ ທັງ 3 ເມືອງ ໃນໄລຍະ 1 ເດືອນ ຜ່ານມາ,ໂດຍສະເພາະ ແມ່ນວຽກງານກໍ່ສ້າງຮາກຖານການເມືອງ ເຫັນວ່າ ຂໍ້ສະດວກ,ຂໍ້ຫຍຸ້ງຍາກ,ດ້ານດີ-ດ້ານອ່ອນ ແລະ ຜົນງານທີ່ເຮັດໄດ້ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກໍ່່ສ້າງຮາກຖານການເມືອງ,ໃນບັນ ດາວຽກໃຫຍ່ ເປັນຕົ້ນວຽກງານໂຄສະນາແນວທາງການເມືອງ,ວຽກງານກວດກາເກັບກຳສຳມະໂນຄົວ,ວຽກງານປັບປຸງການຈັດຕັ້ງ ປກສ ບ້ານ, ວຽກງານແກ້ໄຂປະກົດການຫຍໍ້ທໍ້,ວຽກງານນະໂຍບາຍ,ວຽກງານປະ ສານສົມທົບກັບອົງການຈັດຕັ້ງບ້ານ ແລະ ວຽກງານຄຸ້ມຄອງຄົນເຂົ້າອອກ-ເມືອງ.ພ້ອມນີ້ ຍັງໄດ້ສຸມໃສ່ວຽກງານການເມືອງ-ແນວຄິດຕິດພັນກັບການສຶກສາອົບຮົມ ຕາມແນວທາງການເມືອງຂອງພັກ-ລັດ ເພື່ອປະຕິບັດຕາມແຜນຍຸດທະສາດຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສ້າງສະຕິເຄົາລົບລະບຽບກົດໝາຍ ເຮັດໃຫ້ພະ ນັກງານ-ນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງ,ຍົກສູງສະຕິຕໍ່ການ ຈັດຕັ້ງ,ມີລະບຽບວິໄນເຂັ້ມງວດ,ເອົາໃຈໃສ່ກວດກາເກັບກຳຄຸ້ມ ຄອງອາຊີບ-ພາຫະນະພິເສດ,ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວສ້າງຄອບຄົວກັບພົນລະເມືອງລາວ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ໃນໂອກາດນີ້, ພັທ ບຸນເລີດ ຄະທຸມພົມ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະທີ່ຜ່ານມາ,ພ້ອມທັງຮຽກຮ້ອງໃຫ້ຄະນະພັກກອງບັນຊາການ ປກສເມືອງ ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານກໍ່່ສ້າງຮາກຖານການເມືອງ, ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານກໍ່ສ້າງຮາກຖານ ຕິດພັນກັບການເຄື່ອນໄຫວວຽກງານອອກຕິດຕາມກວດກາລາດຕະເວນ, ເກັບກຳຄຸ້ມຄອງການເໜັງຕີງຂອງ ປະຊາຊົນ, ສືບຕໍ່ສຸມໃສ່ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ,ອາຊະຍາກຳ, ອຸບັດຕິເຫດ ອື່ນໆ ເພື່ອເຮັດໃຫ້ບ້ານ-ກຸ່ມບ້ານ ມີຄວາມສະຫງັບ ແລະ ສຸມໃສ່ເຮັດໜ້າທີ່ ວຽກງານປ້ອງກັນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນ ກະກຽມປ້ອງກັນກອງປະ ຊຸມໃຫຍ່ຂອງອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນໝໍ່ໆ.