ໃນວັນທີ 13 ຕຸລາ 2020; ພາຍຫຼັງຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຮັບຟັງຄໍາຖະແຫຼງຂອງໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ກ່ຽວກັບຄະດີ ທ້າວ ພອນສະຫວັນ ຫຼື ພອນ ອາຍຸ 39 ປີ, ບ້ານ ລາດຄວາຍ ເມືອງໄຊທານີ ທີ່ຖືກກ່າວຫາວ່າ ຍັກຍອກຊັບລວມໝູ່ ແລະ ສໍ້ໂກງຊັບພົນລະເມືອງ; ເຫັນວ່າມີຄວາມຜິດຕາມຂໍ້ກ່າວຫາແທ້ ຈຶ່ງໄດ້ຕັດສິນຈໍາຄຸກ 5 ປີ ປັບໃໝ 5.500.000 ກີບ

ເນື້ອຄະດີດັ່ງນີ້; ໃນປີ 1975, ນາງ ສີພອນ ແລະ ທ້າວ ບຸດສະດີ ໄດ້ແຕ່ງດອງ ແລະ ມີລູກຮ່ວມກັນ ຈໍານວນ 7 ຄົນ. ມີຊັບຮ່ວມກັນ ຄື: ທີ່ດິນ 1 ຕອນ ເນື້ອທີ່ 2.651 ຕາແມັດ. ໃນປີ 2006, ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ໄດ້ແບ່ງດິນຕອນດັ່ງກ່າວຂາຍໃຫ້ ທ້າວ ສີທອງ ແລະ ນາງ ຄໍາ ໃນເນື້ອທີ່ 260,94 ຕາແມັດ. ແຕ່ໃບຕາດິນບໍ່ທັນໄດ້ແຍກ. ຕົກມາຮອດ ປີ 2008, ທ້າວ ບຸດສະດີ ແລະ ນາງ ສີພອນ ( ຜົວ-ເມຍ) ໄດ້ແບ່ງດິນອອກເປັນ 7 ພູດ ຄື: 6 ພູດມອບໃຫ້ລູກແຕ່ລະຄົນ, ຊຶ່ງ ທ້າວ ພອນສະຫວັນ ໄດ້ຈໍານວນ 15×25 ແມັດ, ໂດຍທີ່ ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ໄດ້ເຮັດໃບມອບກໍາມະສິດໃຫ້ລູກແຕ່ລະຄົນ, ສ່ວນ 1 ພຸດ ແມ່ນຂອງ ທ້າວ ບຸດສະດີ ແລະ ນາງ ສີພອນ (ຜົວ-ເມຍ) ແຕ່ໃບຕາດິນບໍ່ທັນໄດ້ແຍກ.

ປີ 2009, ທ້າວ ບຸດສະດີ ໄດ້ເສຍຊີວິດ. ມາຮອດວັນທີ 4 ກໍລະກົດ 2009, ທ້າວ ສີທອງ ໄດ້ຂາຍດິນຕອນທີ່ຊື້ນໍາ ທ້າວ ບຸດສະດີ ແລະ ນາງ ສີພອນ ໃຫ້ທ້າວ ບຸນເພັງ ໃນລາຄາ 5.000.000 ກີບ. ຕໍ່ມາຮອດປີ 2011, ນາງ ແປງພອນ ຫຼື ປ້ອມ ( ລູກຂອງ ທ້າວ ບຸດສະດີ ແລະ ນາງ ສີພອນ) ໄດ້ຂາຍພູດຂອງຕົນເອງໃຫ້ ທ້າວ ຄໍາພັນ. ມາຮອດວັນທີ 10 ຕຸລາ 2011, ທ້າວ ພອນສະຫວັນ ໄດ້ແບ່ງດິນຕອນທີ່ອອກຊື່ ທ້າວ ບຸດສະດີ ແລະ ນາງ ສີພອນ (ພໍ່-ແມ່) ຂາຍໃຫ້ ນາງ ບົວນິດາ ໃນລາຄາ 12.500.000 ກີບ (ບໍ່ມີເນື້ອທີ່ ). ຕົກມາຮອດວັນທີ 2 ກັນຍາ 2012, ທ້າວ ພອນສະຫວັນ ໄດ້ແບ່ງດິນຂາຍໃຫ້ ນາງ ບົວສີວອນ ເນື້ອທີ່ 427,75 ຕາແມັດ ໃນລາຄາ 100.000 ບາດ.

ມາຮອດວັນທີ 7 ກັນຍາ 2012, ນາງ ສີ (ເອື້ອຍຂອງ ທ້າວ ພອນສະຫວັນ) ໄດ້ຂາຍດິນພູດຂອງຜູ້ກ່ຽວໃຫ້ແກ່ ນາງ ເຂັມພອນ ຫຼື ເຂັມ ເນື້ອທີ່ 233,7 ຕາແມັດ ໃນລາຄາ 20.000.000 ກີບ ໂດຍມີ ທ້າວ ພອນສະຫວັນ ເຊັນເປັນພະຍານ. ຕົກມາຮອດປີ 2014, ທ້າວ ຄໍາພັນ ກໍໄດ້ເອົາໃບຕາດິນໄປແຍກ, ສ່ວນເນື້ອ ທີ່ດິນທີ່ຫຍັງເຫຼືອ ຈໍານວນ 2.191 ຕາແມັດ, ທ້າວ ພອນສະຫວັນ ໄດ້ໃສ່ຊື່ຕົນເອງ ແລະ ນາງ ສີພອນ (ແມ່) ໃນໃບຕາດິນດັ່ງກ່າວ; ມາຮອດ ວັນທີ 19 ກຸມພາ 2016, ທ້າວ ບຸນເພັງ ກໍໄດ້ຂາຍດິນຕອນ ທີ່ຊື້ນໍາ ທ້າວ ສີທອງ ໃຫ້ແກ່ ທ້າວ ຄໍາເຜີຍ ໃນລາຄາ 40.000.000 ກີບ ການຊື້-ຂາຍຂອງ ນາງ ເຂັມພອນ, ທ້າວ ຄໍາເຜີຍ ສີປະເສີດ, ນາງ ບົວນິດາ ແລະ ນາງ ບົວສີວອນ ( ໂຈດທາງແພ່ງ ). ແຕ່ລະຄົນແມ່ນບໍ່ທັນໄດ້ແຍກໃບຕາດິນ ແລະ ໃບຕາດິນຂອບທອງກໍແມ່ນ ທ້າວ ພອນສະຫວັນ ເກັບຮັກສາໄວ້.

ຕົກມາຮອດວັນທີ 2 ກຸມພາ 2017, ທ້າວ ພອນສະຫວັນ ເອົາໃບຕາດິນ ເນື້ອທີ່ 2,191 ອອກຊື່ ທ້າວ ພອນສະຫວັນ+ນາງ ສີພອນ (ແມ່) ໄປເປັນຫຼັກຊັບຄ້ໍາປະກັນ ກູ້ຢືມເງິນນໍາທະນາຄານລາວ-ຝຣັ່ງ ຈໍາກັດ ຈໍານວນ 160.000.000 ກີບ ໃນເວລາທີ່ ທ້າວ ພອນສະຫວັນ ເອົາໃບຕາດິນໄປຈໍາທະນາຄານນັ້ນ ນາງ ສີພອນ ກໍຮູ້ ແລະ ໄດ້ໃຫ້ຄວາມຊ່ວຍ ເຫຼືອດ້ວຍການເຊັນເປັນຜູ້ກູ້ຢືມ ແລະ ຜູ້ຄ້ໍາປະກັນໃສ່ໃນສັນຍາ ກູ້ຢືມສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 3 ກຸມພາ 2017. ເວລາຕໍ່ມາ, ທ້າວ ພອນສະຫວັນ ບໍ່ສາມາດຈ່າຍເງິນໃຊ້ແທນ ຄືນໃຫ້ທະນາຄານ. ມາຮອດວັນທີ 8 ທັນວາ 2017, ທະນາຄານຈຶ່ງໄດ້ລົງໄປໄກ່ເກ່ຍ ກັບ ທ້າວ ພອນສະຫວັນ ຢູ່ຫ້ອງການບ້ານ. ຈາກນັ້ນ, ພວກໂຈດທາງເເພ່ງ ຈຶ່ງຮູ້ເລື່ອງ ແລະ ໄດ້ຮ້ອງຟ້ອງດໍາເນີນ ຄະດີຕໍ່ ທ້າວ ພອນສະຫວັນ.

ຜ່ານການຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ຈໍາເລີຍ ເປັນການກະທໍາຜິດທາງອາຍາ ໃນສະຖານການສໍ້ໂກງຊັບຂອງລວມໝູ່ ແລະ ການຍັກຍອກຊັບຂອງພົນລະເມືອງ ຕາມກົດໝາຍອາຍາ ມາດຕາ 109 ແລະ ມາດຕາ 121, ເຊິ່ງແຕະຕ້ອງກໍາມະສິດຂອງລວມໝູ່ ແລະ ພົນລະເມືອງ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຊິ່ງຈໍາເລີຍເອງ ກໍຮັບສາລະພາບວ່າ ໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ເພື່ອເອົາຊັບຂອງລວມໝູ່ ແລະ ຍັກຍອກຊັບຂອງພົນລະເມືອງແທ້.

ເຫັນວ່າ: ຈໍາເລີຍ ໄດ້ກະທໍາຜິດໂດຍເຈດຕະນາ ແລະ ມີຄວາມຕັ້ງໃຈໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ດ້ວຍການເອົາດິນຕອນທີ່ອອກຊື່ ທ້າວ ພອນສະຫວັນ+ນາງ ສີພອນ ໄປເປັນຫຼັກຊັບຄ້ໍາປະກັນກູ້ຢືມເງິນນໍາທະນາຄານລາວ-ຝຣັ່ງ ທັງໆທີ່ຈໍາເລີຍ ກໍຮູ້ດີວ່າ ດິນຕອນດັ່ງກ່າວໄດ້ແບ່ງຂາຍໃຫ້ພວກໂຈດທາງແພ່ງແລ້ວ. ແຕ່ບໍ່ທັນໄດ້ແຍກໃບຕາດິນ. ນອກຈາກນັ້ນ, ຈໍາເລີຍ ຍັງໄດ້ສວຍໃຊ້ຄວາມເຊື່ອໃຈຂອງພວກໂຈດທາງແພ່ງ ເພື່ອຍັກຍອກຊັບ, ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ໂຈດທາງແພ່ງ.ເຫັນວ່າ: ຈໍາເລີຍມີສະຕິສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນ ອາຍຸທາງອາຍາຢ່າງພຽບພ້ອມແລ້ວ ດ້ວຍເຫດ ຜົນ ແລະ ຫຼັກຖານດັ່ງກ່າວ ຈຶ່ງສະເໝີມາຍັງສານ ເພື່ອພິ ຈາລະນາຕັດສິນລົງໂທດຕັດອິດສະລະພາບຕາມກົດໝາຍອາຍາ ມາດຕາ 109 ວັກ 2 ແລະ ມາດຕາ 121 ວັກ 2.

ເຫັນວ່າ: ນາງ ສີພອນ (ແມ່ຂອງ ທ້າວ ພອນສະຫວັນ) ໃນເວລາດໍາເນີນຄະດີຢູ່ນັ້ນມີອາການເຈັບປ່ວຍໜັກບໍ່ສາມາດຊ່ວຍເຫຼືອຕົວເອງໄດ້, ຕົກມາຮອດວັນທີ 13 ພຶດສະພາ 2020, ຫົວໜ້າອົງການໄອຍະການປະຊາຊົນ ນວ ຈຶ່ງໄດ້ອອກຄໍາສັ່ງໂຈະການສືບສວນ-ສອບສວນ.

ດັ່ງນັ້ນ, ສານຈຶ່ງໄດ້ຕັດສິນ ຈໍາເລີຍ ໃນສະຖານຍັກຍອກຊັບລວມໝູ່ ແລະ ສໍ້ໂກງຊັບ ພົນລະເມືອງ ຈຳຄຸກ 5 ປີ ພ້ອມທັງປັບໃໝ 5.500.000 ກີບ. ນອກນີ້, ໃຫ້ຈໍາເລີຍ ໃຊ້ໜີ້ທະນາຄານລາວ-ຝຣັ່ງ ໃນຈໍານວນເງິນ 28.328.363 ກີບ ແລະ ສົ່ງທີ່ດິນຄືນໃຫ້ໂຈດ ທີ່ເຫຼືອ, ສ່ວນທີ່ເຫຼືອແມ່ນໃຫ້ປັນຫຼັກຊັບຄືນໃຫ້ແກ່ໂຈດ.