ແຂວງວຽງຈັນຈັດພິທີຈູດທຳລາຍຂອງກາງຄະດີ

0
1147

ໃນວັນທີ 16 ຕຸລາ ຜ່ານມາ, ແຂວງວຽງຈັນ ໄດ້ຈັດພິທີສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ19 ປີ ( 12 ຕຸລາ 2001-12 ຕຸລາ 2020 ) ແລະ ຈັດພິທີຈູດທໍາລາຍຢາເສບຕິດ, ໂດຍມີ ທ່ານ ບຸນສອນ ເພັດລາວັນ ຮອງ ເຈົ້າແຂວງໆວຽງຈັນ ທັງເປັນປະທານຄະນະກໍາມະການກວດກາ ແລະ ຄອບຄຸມຢາເສບຕິດຂັ້ນແຂວງ, ພ້ອມດ້ວຍ ພົຈວ ປອ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງ ຈັນ ແລະ ບັນດາຜູ້ຕາງໜ້າພະແນກການ, ອົງການ, ກົມກອງທີ່ກ່ຽວຂ້ອງ ເຂົ້າຮວ່ມ.

ພັທ ຄໍາຟອງ ວົງດາລາແສນຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ກ່າວວ່າ: ແຂວງວຽງຈັນ ໃນປີຜ່ານມາ, ມີຄະດີທີ່ເກີດຂຶ້ນທັງໝົດ 400 ເລື່ອງ, ມີຜູ້ຖືກຫາ 519 ຄົນ,ຍິງ 74 ຄົນ ແລະ ສາມາດຍຶດຂອງກາງໄດ້ ຄື: ຢາບ້າ 1.083.554 ເມັດ, ຢາໄອສ໌ 275 ກວ່າກິໂລກຼາມ,ຢາເຄ 302 ກວ່າກິໂລກຼາມ, ເຮໂຣອິນ2 ແທ່ງ, ກັນຊາ 14 ແທ່ງ, ໂທລະສັບ 420 ເຄື່ອງ, ລົດຈັກ108 ຄັນ, ລົດໃຫຍ່13 ຄັນ.

ປືນສັ້ນ 6 ກະບອກ, ປືນ AK ຈໍານວນ 1 ກະບອກ, ລູກປືນສັ້ນ ຈຳນວນ 90 ລູກ, ລູກປືນແວ່ງ ຈໍານວນ 20 ລູກ, ລູກປືນ AK ຈຳນວນ 32 ລູກ, ໝາກແຕກ 1 ໜ່ວຍ, ໝາກຝ່າ 2 ໜ່ວຍ, ເງິນ 184 ລ້ານກວ່າກີບ, ເງິນບາດ 23.000 ກວ່າບາດ, ເງິນໂດລາ 1.000ກວ່າໂດ ລາ, ເງິນຢວນ 2.100 ຢວນ. ໄດ້ສະຫຼຸບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ 222 ເລື່ອງ,ມີຜູ້ຖືກຫາ 255 ຄົນ, ຍິງ42 ຄົນ ພ້ອມຂອງກາງຄະດີຈໍານວນໜຶ່ງ .

ປັດຈຸບັນ, ຄະດີພວມດໍາເນີນການສອບສວນ ຈຳນວນ 178 ເລື່ອງ,ມີຜູ້ຖືກຫາ 264 ຄົນ,ຍິງ 32 ຄົນ,ສ່ວນຢາເສບ ຕິດ ທີ່ສານຕັດສິນແລ້ວ ນັບແຕ່ປີ2019-2020 ມີຢາບ້າ 127.859 ເມັດ, ຢາໄອສ໌ 72 ກຼາມ ແມ່ນໄດ້ນຳມາຈູດທຳລາຍ ໃນວັນທີ 16 ຕຸລາ ຜ່ານມາ, ທີ່ເດີນຫ້ອງວ່າການປົກຄອງ ແຂວງວຽງຈັນ.