ທໍາລາຍສິນຄ້າພືດຜັກ ນໍາເຂົ້າບໍ່ຖືກຕ້ອງ 1.000 ກວ່າກິໂລ

0
800

ວັນທີ 15 ຕຸລາ ຜ່ານມາ, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກອຸດສະ ຫະກໍາການຄ້າ ນວ ທໍາລາຍສິນຄ້າປະເພດພືດຜັກທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບການກວດກາ ລວມມີ: ຜັກບົ່ວໃບ ຈໍານວນ 109 ຖົງ, ມີນ້ຳໜັກ190 ກິໂລກຼາມ,ຜັກກາດນາ 14 ຖົງ, ມີນໍ້າໜັກ140 ກິໂລກຼາມ ແລະ ໝາກລິ້ນໄມ້ 114 ຖົງ, ມີນ້ຳໜັກ 912 ກິໂລກຼາມ,ໂດຍ ມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ,ພ້ອມຄະນະ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບສິນຄ້າທີ່ທຳລາຍໃນຄັ້ງນີ້, ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະ ກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ໃນວັນທີ 14 ຕຸລາ 2020, ເວລາປະມານ 14:00 ໂມງ, ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ໄດ້ອອກຕິດຕາມກວດກາ ຕາມການລາຍງານຂອງພົນລະເມືອງດີ

ພົບເຫັນລົດກະບະຮຸນໄດ ສີຂາວ ໝາຍເລກທະບຽນ ກສ 7284 ກຳແພງນະຄອນ ຂັບຂີ່ມຸ່ງໜ້າໄປທາງເຂດບ້ານວັດຈັນ ເມືອງຈັນທະບູລີ, ເຈົ້າໜ້າທີ່ຈຶ່ງໄດ້ລັດກັກລົດຄັນດັ່ງກວ່າ ທຳການກວດກາ ພົບສິນຄ້າປະເພດພືດຜັກ ທີ່ນໍາເຂົ້າບໍ່ຖືກຕ້ອງ,ບໍ່ມີເອກະສານອະນຸຍາດຈາກພາກ ສ່ວນທີ່ກ່ຽວຂ້ອງ.

ສະນັ້ນ. ເຈົ້າໜ້າທີ່ ຈຶ່ງນໍາລົດຄັນດັ່ງກ່າວ ມາຫ້ອງຕຳຫຼວດ ປກສ ນວ ເພື່ອກວດກາຕົວຈິງ, ສໍາລັບເຈົ້າຂອງສິນຄ້າ ເຈົ້າໜ້າທີ່ຕໍາຫຼວດປ້ອງ ກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ພ້ອມທັງໄດ້ປັບໄໝຕາມລະບຽບການ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ.