ຮອງຫົວໜ້າກົມໃຫຍ່ການເມືອງ ຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ ປກສ ເມືອງສັງທອງ

0
876

ໃນວັນທີ 16 ຕຸລາ 2020, ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ລົງຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍ ປຸກລະດົບກໍາລັງແຮງທົ່ວປວງຊົນ ເຂົ້າຮ່ວມຂະບວນການຮັກ ຊາດ-ພັດທະນາ ແລະ ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຢູ່ກອງບັນຊາການ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ,ໂດຍມີ ພັທ ສີວິ ໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ, ພ້ອມຄະນະໃຫ້ການຕ້ອນຮັບ.

ໃນພິທີ, ພັທ ສີວິໄລ ພູມນະໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະ ບຽບຮຽບຮ້ອຍ ຢູ່ເມືອງສັງທອງ ໃຫ້ຮູ້ວ່າ: ບັ້ນທົດລອງວຽກງານກໍ່ສ້າງຮາກຖານ ເມືອງສັງທອງ ໄດ້ກໍານົດເອົາບ້ານຄົກເພິງ ເປັນທົດລອງໃນການຈັດຕັ້ງປະຕິບັດ.ໃນນີ້,ໄດ້ລົງເກັບກໍາສະຖິຕິພົນລະເມືອງພາຍໃນບ້ານ, ທົ່ວບ້ານຄົກເພິງ ມີ 29 ໜ່ວຍ, ມີ 309 ຫຼັງຄາເຮືອນ, ມີ 305 ຄອບຄົວ, ມີພົນລະເມືອງທັງໝົດ 1.619 ຄົນ ຍິງ 823 ຄົນ, ອາຍຸ 15 ປີ ຂຶ້ນໄປ 1.146 ຄົນ ຍິງ 591 ຄົນ,ໄດ້ແກ້ບຸກຄົນທີ່ຍັງບໍ່ທັນຂຶ້ນທະ ບຽນສໍາມະໂນຄົວ 8 ຄອບຄົວ, ມີ 43 ຄົນ ຍິງ 27 ຄົນ.

ໄດ້ເຜີຍແຜ່ເອກະສານມາດຖານເງື່ອນໄຂການສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ໄດ້ລົງໜ່ວຍ ເພື່ອກວດກາປະເມີນຜົນການສ້າງຄອບ ຄົວປ້ອງກັນຄວາມສະຫງົບດີ ຄື: ຄອບຄົວປ້ອງກັນຄວາມສະຫງົບດີ 85% ຂຶ້ນໄປມີ 262 ຄອບຄົວ,ໄດ້ 84% ລົງມາ ມີ 43 ຄອບຄົວ; ໄດ້ຂຶ້ນບັນຊີເກັບກໍາເປົ້າໝາຍ ໄດ້ທັງໝົດ  63 ຄົນ ຍິງ 17 ຄົນ, ໄດ້ຈັດແບ່ງປະເພດ ແລະ ແບ່ງຂັ້ນຄຸ້ມຄອງ ຄື: ປະເພດ I ເຮັດບົດບັນ ທຶກສຶກ ສາອົບຮົມຂັ້ນບ້ານ ຈໍານວນ 42 ຄົນ ຍິງ 7 ຄົນ ຍັງບໍ່ທັນໄດ້ສຶກສາອົບຮົມ 3 ຄົນ, ປະເພດ II ມີ 6 ຄົນ ຍິງ 1 ຄົນ ມອບໃຫ້ ປກສ ກຸ່ມ ຈັດສັນຄືນ ເພື່ອມີແຜນແກ້ໄຂ ແລະປະເພດ III ມີ 12 ຄົນ ຍິງ9 ຄົນ ຂັ້ນເມືອງສ້າງເປັນສໍານວນສຶກສາຄົ້ນຄວ້າ ເພື່ອວາງແຜນແກ້ໄຂໃນຕໍ່ໜ້າ.

ໄດ້ລົງກວດກາ ແລະ ຄຸ້ມຄອງຄົນຕ່າງປເທດ ເຊິ່ງທົ່ວບ້ານ ມີຄົນຕ່າງປະເທດມາພັກເຊົາ 19 ຄົນ ຍິງ 7 ຄົນ ມີ 2 ສັນຊາດ ຄື: ສປ ຈີນ ແລະ ສສ ຫວຽດນາມ.ໃນນີ້ ພົບເຫັນຄົນຕ່າງປະເທດມີໜັງສືຜ່ານແດນ 9 ຄົນ ຍິງ 2 ຄົນ, ບໍ່ມີໜັງສືຜ່ານແດນ10 ຄົນ ຍິງ5 ຄົນ ເປັນເດັກນ້ອຍ ເພດຍິງ 4 ຄົນ ສັນຊາດຫວຽດນາມ, ກວດພົບບຸກຄົນລັກ ລອບປະກອບອາຊີບ 14 ຄົນ ຍິງ 2 ຄົນ ສັງລວມແລ້ວ ຜ່ານການຈັດຕັ້ງເຮັດທົດ ລອງຢູ່ຂັ້ນບ້ານຄັ້ງນີ້ ການແກ້ໄຂກໍລະນີຕ່າງໆ ທີ່ລະເມີດກົດໝາຍ ແມ່ນໄດ້ສົມທົບກັບວິຊາສະເພາະ ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ກັກໜັງສືຜ່ານແດນ ຈໍານວນ 8 ຫົວ ເພື່ອນໍາໄປແກ້ໄຂຕາມຂັ້ນຕອນຂອງກົດໝາຍ.

ພົຈວ ຄໍາສາຍ ຈັນທະວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານຕ້ອງໄດ້ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງເອົາ ໃຈໃສ່ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງໃຫ້ ມີ ຄວາມກົມກຽວຮັບປະກັນການເກັບກໍາຂໍ້ມູນຂ່າວສານ ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ,​ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຮັກສາໄດ້ຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.