ເຈົ້າແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ

0
632

ໃນວັນທີ 19 ຕຸລາ ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມພັນລະຍາ ແລະ ບັນດາພະແນກການຕ່າງໆນໍາເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ. ໂດຍການຕ້ອນຮັບຂອງ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ, ພ້ອມຄະນະ ຕະຫຼອດຮອດອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາ ຊົນ.

ໃນໂອກາດດັ່ງກ່າວ, ທ່ານ ກໍໄດ້ນໍາເອົາເຄື່ອງບັນເທົາທຸກຈໍານວນໜຶ່ງ ຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ ມາຊ່ວຍເຫຼືອ ເຊັນ: ນໍ້າດື່ມ ຈໍານວນ 500 ແພັກ, ເຕັ້ນ 10 ດາງ, ເຂົ້າສານ 300 ສອບ ເທົ່າກັບ1,5ໂຕນ, ຜ້າຫົ່ມນອນ, ມຸ້ງ, ເຄື່ອງນຸ່ງຫົ່ມ 150 ຊຸດ, ໝີ່ສໍາເລັດຮູບ 10 ແກັດ ແລະ ປາກະປ໋ອງ 10 ແກັດ.