ເຈົ້າເມືອງວິລະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຖືກນຳ້ຖ້ວມ ໃນ 4ຈຸດສຸມຂອງເມືອງ

0
629

ວັນທີ 16 ຕຸລາ ຜ່ານມາ, ທ່ານຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ພ້ອມດ້ວຍ ພັທ ພົມມາ ດາວຮົງສຸລິ ຫົວໜ້າກອງບັນ ຊາການ ປກສ ເມືອງ, ທ່ານ ບຸນເກີດ ລີຄ່າຍຄໍາ ຫົວໜ້າຫ້ອງການ ການເງິນເມືອງ, ພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ກໍໄດ້ລົງພົບປະກັບຄະນະຈຸດສຸມເມືອງວັງ ແລະ ອໍານາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ພ້ອມທັງໄດ້ນໍາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ທີ່ໄດ້ຈາກການປະກອບສ່ວນຈາກພາກສ່ວນຕ່າງໆແຂວງ, ຂອງເມືອງ ເຊິ່ງປະກອບມີ ນໍ້າດື່ມຕຸກນ້ອຍ ຈໍານວນ 250 ແພັກ ແລະ ໝີ່ຈໍານວນ 60 ແກັດ ມາມອບໃຫ້ເພື່ອເປັນການຊ່ວຍເຫຼືອໃນເບື້້ອງຕົ້ນ ແລະ

ໃນໂອກາດນີ້, ທ່ານເຈົ້າເມືອງ ວິລະບູລີ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບສະພາບການນໍ້າຖ້ວມໃນຄັ້ງນີ້ ທີ່ໄດ້ສ້າງຄວາມເສຍຫາຍຕໍ່ກັບຊັບສິນຂອງປະຊາຊົນ ແລະ ຂອງສ່ວນລວມ, ເປັນຕົ້ນແມ່ນ ເຂົ້ານາທີ່ສຸກແລ້ວເກັບກູ້ຂຶ້ນບໍ່ທັນ, ເຂົ້ານາທີ່ພວມອອກຮວງຖືກນໍ້າຖ້ວມ, ສັດລ້ຽງຈໍານວນໜຶ່ງທີ່ຕາຍ, ໜອງປາຖືກນໍ້າຖ້ວມ ແລະ ຖະໜົນຫົນທາງຫຼາຍຈຸດຖືກນໍ້າເຊາະເຈື່ອນເສຍຫາຍ ແລະ ອື່ນໆ; ດັ່ງນັ້ນ, ໄລຍະນີ້ ກໍໃຫ້ມີສະຕິ ລະມັດລະວັງກຽມພ້ອມຢູ່ຕະຫຼອດເວລາ ເນື່ອງຈາກວ່າໄດ້ມີພາຍຸຝົນຕົກລົງມາຕື່ມ ອາດເຮັດໃຫ້ເກີດມີໄພນໍ້າຖ້ວມ, ໂດຍສະ ເພາະ ຜູ້ທີ່ອາໄສຢູ່ໃນເຂດພື້ນທີ່ລຸ່ມຕໍ່າ, ໃຫ້ຍົກຍ້າຍສັດລ້ຽງ ແລະ ສິ່ງຂອງໄປໄວໃນບ່ອນສູງ ແລະ ປອດໄພ; ພ້ອມນີ້ ກໍໃຫ້ສືບຕໍ່ວາງແຜນໃສ່ໃນການຜະລິດລະດູແລ້ງທີ່ຈະມາເຖິງນີ້ ເພື່ອເປັນການທົດແທນຄວາມເສຍຫາຍ ຂອງຜົນຜະລິດທີ່ຖືກນໍ້າຖ້ວມໃນຄັ້ງນີ້.

ຂ່າວຍັງໄດ້ໃຫ້ຮູ້ຕື່ມວ່າ ໃນມື້ນີ້, ຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ກໍໄດ້ນໍາເອົາເຄື່ອງຊ່ວຍເຫຼືອໃນເບື້ອງຕົ້ນ ໄປມອບໃຫ້ປະຊາຊົນໃນອີກ 4 ຈຸດ ຄື : ຈຸດສຸມກະແຕບນາຜາດ່າງ, ຈຸດສຸມອ່າງຄໍາ, ກຸ່ມບ້ານທີ 11 ແລະ ກຸ່ມບ້ານທີ 5 ຂອງເມືອງ. ສໍາລັບໄພນໍ້າຖ້ວມຢູ່ເມືອງວິລະບູລີໃນທີ່ຜ່ານມາ ມີຂໍ້ມູນຄວາມເສຍຫາຍ ຮອດປັນຈຸບັນ ແມ່ນມີຜົນກະທົບ ທັງໝົດ 72 ບ້ານ ທົ່ວເມືອງ,ມີ 10 ບ້ານ ທີ່ນໍ້າໄດ້ໄຫຼເຂົ້າຖ້ວມຮອດບ້ານ, ມີເນື້ອທີ່ນາ ຖືກນ້ໍາຖ້ວມທັງໝົດ 1.834 ເຮັກຕາ ( ເສຍຫາຍທັງໝົດ 1.391 ເຮັກຕາ ), ມີໜອງປາ 318 ໜອງ, ງົວ 7 ໂຕ, ຄວາຍ 1 ໂຕ, ແບ້ 4 ໂຕ, ໝູ່ 13 ໂຕ, ມີຕົ້ນໄມ້ອຸດສາຫະກໍາ – ໄມ້ກິນໝາກ ເສຍຫານ 6.094 ຕົ້ນ ແລະ ເສັ້ນທາງທີ່ຖືກນໍ້າຖ້ວມ ມີ 9 ເສັ້ນ ລວມມີ 31 ຈຸດ.