ເພື່ອເປັນການຊ່ວຍເຫຼືອ ແລະ ບັນເທົາທຸກເບື້ອງຕົ້ນໃຫ້ແກ່ ເມືອງສອງຄອນ ແຂວງສະຫວັນນະເຂດ ທີ່ພວມປະສົບກັບໄພພິບັດນ້ຳຖ້ວມໃນໄລຍະນີ້. ດັ່ງນັ້ນ, ໃນວັນທີ 17 ຕຸລາ ຜ່ານມາ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນພົມວິຫານ, ພ້ອມຄະນະ ແລະ ນັກທຸລະກິດຈຳນວນໜຶ່ງ ໄດ້ນຳເອົາເຄື່ອງບໍລິໂພກ ເປັນຕົ້ນ: ນ້ຳດື່ມສະອາດ, ໜີ່ສຳເລັດຮູບ, ປາກະປ໋ອງ, ຜ້າອັດປາກ, ເຈວລ້າງມື, ເຄື່ອງຊູຊີບ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງ ລວມມູນຄ່າ10 ລ້ານກວ່າກີບ ມອບໃຫ້ເມືອງສອງຄອນ ນຳໄປຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກນ້ຳຖ້ວມໃນຄັ້ງນີ້.

ກ່ວຮັບໂດຍ, ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມຄະນະ. ຈາກນັ້ນ, ຄະນະຮັບຜິດຊອບໄພພິບັດຂັ້ນເມືອງ ກໍໄດ້ລາຍງານໃຫ້ສະ ພາບທີ່ກຳລັງໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ກໍຄື ບ້ານທີ່ຢູ່ໃກ້ເຂດເຊບັ້ງຫຽງ ເປັນຕົ້ນ ບ້ານລະຫານ້ຳ, ບ້ານສອງຄອນ, ສິງທ່າ, ທ່າຂາມລຽນ, ບ້ານດົງສະຫວ່າງ ແລະ ບ້ານເຂດໃກ້ຄຽງ ເຫັນວ່າໃນໄລຍະຜ່ານມາ ຄື: ວັນທີ14 ຕຸລາ ນີ້, ລະດັບນ້ຳເຊບັງຫຽງວັດແທກ ໄດ້ 15,85 ຊັງຕີແມັດ, ເສັ້ນທາງໄປເຂດກຸ່ມບ້ານ 11 ສອງຄອນ ຖືກຕັດຂາດ, ໂຮງຮຽນ ເຂດລະຫານໍ້າ, ສອງຄອນ, ຊະແຍກ, ດອນມວ່ງ, ແກ້ງໂດນ, ຫົວຫາດ ໄດ້ສັ່ງປິດຊົ່ວຄາວ.

ເສັ້ນທາງໄປບ້ານຫົວຫາດ ຖືກນ້ຳຖວ້ມ, ເນື້ອທີ່ນາ ເກືອບ 4.000 ເຮັກຕາ , ໜອງປາ 284 ໜອງ, ລະບົບຊົນລະປະທານ 8 ແຫ່ງ ແລະ ນໍ້າໄດ້ໄຫຼເຂົ້າຖວ້ມ ສະເພາະບ້ານລະຫານໍ້າ 54 ຫຼັງຄາ. ກຸ່ມບ້ານທີ 6,7, 8, 9,10,11,12 ກຳລັງເກັບມ້ຽນສິ່ງຂອງ ແລະສັດລ້ຽງໄປເຂດປອດ ໄພ ຄື ບ້ານລະຫານໍ້າທ່າຂາມລຽນ, ແບ່ງຄຳໄຫຼ, ກຸດຮີ, ບ້ານວິໄຊສົງ, ດົງສະຫວ່າງ, ໜອງເດີ່ນທົ່ງ, ສອງຄອນ, ສິງທ່າ, ຫົວຫາດ, ແກ້ງໂດນ, ໜອງຄັນຍູ, ຄັນທະຍາດ, ພະແລັງ, ນາທັງ, ດອນຂຽວ, ດອນມ່ວງ ແລະ ບ້ານອື່ນໆ.

ປັດຈຸບັນ. ເມືອງສອງຄອນ ໄດ້ຈັດກຳລັງທະຫານ ຈາກກອງບັນຊາການທະຫານເມືອງ ແລະ ເຈົ້າໜ້າທີ່ຕຳຫຼວດ ຈາກກອງບັນຊາການ ປກສ ເມືອງ ແລະ ຂໍກຳລັງຈາກກອງພັນທີ 4 ແລະ 5 ເພື່ອລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ ເລັ່ງເກັບກູ້ຜົນຜະລິດ ແລະ ເຄື່ອນຍ້າຍສິ່ງຂອງທີ່ຈຳເປັນໄປເຂດປອດໄພ ໄປໃນແຕ່ລະເຂດທີ່ມີຄວາມສ່ຽງ ເພື່ອຫຼີກລ່ຽງຜົນເສຍຫາຍໃຫ້ໜ້ອຍທີ່ສຸດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 20 ຕຸລາ 2020, ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ ຕິດຕາມເບິ່ງສະພາບນ້ຳຖ້ວມ ຢູ່ບ້ານຫົວຫາດ, ພ້ອມຢ້ຽມຢາມ ຖາມຂ່າວພ່ໍແມ່ປະຊາຊົນ ແລະ ນຳເອົານ້ຳດື່ມສະອາດ,​ ໝີ່ສຳເລັດຮູບ,​ ປາກະປ໋ອງ ນຳມອບໃຫ້ພ່ໍແມ່ປະຊາຊົນ ຢູ່ສູນຫຼົບໄພບ້ານຫົວຫາດ ເມືອງສອງຄອນ ແຂວງສະຫວັນນະເຂດ. ນອກນີ້, ຍັງໄດ້ລົງກ່ຽວເຂົ້າ ແລະ ຂົນເຂົ້າຊ່ວຍປະຊາຊົນ.

ທີ່ມາພາບ-ຂ່າວ: Media Laos