ປກສ ແຂວງໄຊຍະບູລີ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ

0
896

ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ອົງຄະນະພັກ ກະຊວງປ້ອງ ກັນຄວາມສະຫງົບ ວັນທີ 16 ຕຸລາ 2020, ເຜີຍແຜ່ໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຈາກບັນດາຫ້ອງ, ປກສ ເມືອງເຂົ້າຮ່ວມ.

ສະຫາຍ ພົຕ ວັນທອງ ກອງມະນີ ກ່າວວ່າ: ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະ ຫງົບ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-10 ກັນຍາ 2020 ກອງປະຊຸມໄດ້ສັງເກດຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ໃນໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານໄຊຊະນະອັນພົ້ນເດັ່ນທີ່ຍາດມາໄດ້, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽໜທີ່ຖອດຖອນໄດ້; ພ້ອມທັງ ໃຫ້ທັດສະ ນະຊີ້ນໍາການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ທີ່ຈະຕ້ອງໄດ້ສຸມໃສ່ໃນ 5 ປີຕໍ່ໜ້າ ທີ່ມະຕິກອງປະ ຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ປະກົດຜົນເປັນຈິງ; ເຊິ່ງຜົນສໍາເລັດການດໍາເນີນກອງປະ ຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ, ແມ່ນຂີດໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກຢູ່ໃນກໍາລັງປ້ອງກັນຄວາມສະຫງົບແລະເຜີຍແຜ່ ເຊື່ອມຊຶມບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະ ຊວງປ້ອງກັນຄວາມສະຫງົບ ເພື່ອເປັນທິດເຍືອງທາງໃຫ້ກໍາລັງ ປກສ ນໍາໄປຈັດຕັ້ງປະຕິະບັດຢູ່ກົມກອງຂອງຕົນໃຫ້ມີຜົນສຳເລັດ.

ໃນໂອກາດນີ້, ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ, ຈົ່ງກໍາ ແໜ້ນ ແລະ ສຶບຕໍ່ຄົ້ນຄວ້າເນື້ອໃນທີ່ມະຕິກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະ ຫງົບວາງອອກ ແລ້ວນໍາໄປຜັນຂະຫຍາຍເປັນແຜນງານລະອຽດ,ຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ,ນາຍ ແລະ ພົນຕໍາຫຼວດໃນທົ່ວກໍາລັງໃຫ້ເລິກເຊິ່ງເຖິງຖອງ, ທົ່ວເຖີິງ ແລະພ້ອມກັນສູ້ຊົນ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.