ເມືອງໄຊທານີ ປາຖະກະຖາມູນເຊື້ອ 12 ຕຸລາ ຄົບຮອບ 75 ປີ

0
1027

ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ໃນວັນທີ 16 ຕຸລາ 2020 ເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ຄໍາປາດິດ ເຂັມມານິດ ເຈົ້າເມືອງໄຊທານີ, ມີບັນດາຄະນະພັກເມືອງ, ຫົວໜ້າຫ້ອງການ, ກຸ່ມບ້ານ,ນາຍບ້ານ ແລະ ພະນັກງານວິຊາການອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ຄໍາປາດິດ ເຂັມມານິດ ໃຫ້ຮູ້ວ່າ: ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ ກໍຄື ໄດ້ຮັບຮູ້ອະທິປະໄຕຂອງຊາດລາວ ພ້ອມກັນນັ້ນ, ກໍໄດ້ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ. ຍ້ອນແນວນັ້ນ, ພວກເຮົາຈຶ່ງເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ.

ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ ຍ້ອມຕາຍດີກວ່າເປັນຂ້ອຍຂ້າ,ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ການປົກ ຄອງຂອງຕ່າງຊາດ.ຈາກນັ້ນມາ, ນໍ້າໃຈວັນທີ12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວ ຜູ້ຮັຊາດ ຈົນສາມາດປົດປ່ອຍ ຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຕະຫຼອດໄລຍະເວລາ 75 ປີ ປະເທດຊາດ ເວົ້າລວມ,ເວົ້າສະເພາະ ນະຄອນຫຼວງວຽງຈັນ ຂອງພວກເຮົາໄດ້ມີການປ່ຽນ ແປງຫຼາຍດ້ານ, ໂດຍສະເພາະ 45 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ,ນະຄອນຫຼວງວຽງຈັນ ໃນ ຖານະເປັນນະຄອນຫຼວງຂອງປະເທດ ກໍມີ ການປ່ຽນແປງໃຫຍ່ໂຕ ແລະຮອບດ້ານ ສະແດງອອກຄື:ດ້ານການເມືອງ ປະເທດລາວເຮົາມີລະບົບໂຄງສ້າງການເມືອງທີ່ມີພັກນໍາພາ, ລັດຄຸ້ມ ຄອງ ແລະ ປະຊາຊົນເປັນເຈົ້າແຕ່ສູນກາງລົງຮອດຮາກຖານ.

ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ສັງຄົມ ມີຄວາມສະຫງົບຕະຫຼອດມາ ແລະ ເປັນປັດ ໃຈຄໍ້າປະກັນໃຫ້ການພັດ ທະນາຕໍ່ຢ່າງຕໍ່ເນື່ອງ, ດ້ານ ປກຊ-ປກສ ແນວທາງ ປກຊ-ປກສ ໄດ້ຮັບການຄົ້ນຄວ້າເຊື່ອມຊຶມຢູ່ຫຼາຍອົງການຈັດຕັ້ງ ແລະ ພົນລະເມືອງຢ່າງກວ້າງຂວາງ, ການຈັດຕັ້ງເຄື່ອນ ໄຫວຮັກສາຄວາມສະຫງົບ ນັບທັງຢູ່ໃນຕົວເມືອງ, ຊານເມືອງ ຫຼື ຈຸດຫຼໍ່ແຫຼມຕ່າງໆ, ເຂດຊາຍແດນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ລະບົບປະຈໍາການກຽມສູ້ຮົບໄດ້ຮັບການປັບປຸງ ແລະ ປະຕິບັດຢ່າງເຂັ້ມງວດຮັບປະກັນຄວາມປອດໄພຢ່າງໜັກແໜ້ນ, ຂະບວນການສ້າງບ້ານປ້ອງກັນຄວາມສະຫງົບ ຕິດພັນກັບການສ້າງສາ ພັດທະນາໄດ້ມີຈໍານວນເພີ່ມຂຶ້ນ.