ກົມໃຫຍ່ການເມືອງ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ

0
1105

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມຜົນສໍາເລັດ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ ປກສ ໃນວັນທີ 20 ຕຸລາ ນີ້, ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກກົມໃຫຍ່, ເລຂາ-ຮອງເລຂາ, ຄະນະກົມ-ກອງອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.

ສະຫາຍ ພັອ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຄະນະປະຈໍາພັກກົມໃຫຍ່ ຫົວໜ້າກົມຈັດຕັ້ງພະນັກ ງານ ເຜີຍແຜ່ໃຫ້ຮູ້ວ່າ: ກອງປະຊຸມໄດ້ມີການຄົ້ນຄວ້າ ແລະ ຮັບຮອງເອົາຢ່າງເປັນເອກະສັນບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສະໄໝທີ IV ເປັນຕົ້ນແມ່ນ ການໄຈ້ແຍກ ແລະ ຕີລາຄາຢ່າງເລິກເຊິງຕໍ່ບັນດາສາ ເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງຜ່ານມາ ດ້ານວຽກງານປັບປຸງ-ກໍ່ສ້າງພັກກໍາລັງປ້ອກັນຄວາມສະຫງົບໃຫ້ປອດໃສ, ໜັກແໜ້ນ, ດ້ານວຽກງານພະລາທິການ, ວຽກງານເສນາທິການໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ວຽກງານຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ.

ກອງປະຊຸມ ໄດ້ຮັບຝັງການລາຍງານ ແລະ ປະກອບຄວາມເຫັນຈາກຕ່າງໜ້າບັນດາອົງຄະນະພັກ, ກົມກອງວິຊາສະເພາະ ແລະຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ, ຄວາມເປັນເຈົ້າ ການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເລັ່ງທວງໃຫ້ຄະນະບໍລິຫານງານພັກກະຊວງ ສະໄໝທີ V ອອກແຮງເສີມຂະຫຍາຍດ້ານດີ ຕັ້ງໜ້າໄປຄຽງຄູ່ກັບການຄົ້ນຄວ້າ ມາດຕະການອັນຈໍາເປັນຢ່າງເໝາະສົມ ເພື່ອແກ້ໄຂຂໍ້ຈໍາກັດ,ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ຢ່າງຈິງຈັງໃຫ້ມີການຫັນປ່ຽນຢ່າງຈະແຈ້ງ.

ກອງປະຊຸມ, ບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງ ຊຸດທີ V, ມີຜູ້ລົງສະໝັກ31ສະຫາຍ, ເລືອກເອົາ 27ສະຫາຍ.ໃນນັ້ນ, ໄດ້ເປັນເອກະສັນເລືອກເອົາເລຂາ-ຮອງເລຂາ ຄະນະພັກກະຊວງ 3ສະຫາຍ, ເລືອກ ເອົາຄະນະປະຈໍາພັກກະຊວງ 9 ສະຫາຍ, ເລືອກເອົາປະ ທານ-ຮອງປະທານກວດກາ 4 ສະຫາຍ, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ຈໍານວນ 15 ສະຫາຍ ສໍາຮອງ 3 ສະຫາຍ. ພ້ອມກັນນັ້ນ,ຕອນທ້າຍການດໍາເນີນກອງປະຊຸມ ຍັງໄດ້ຮັບຝັງການໂອລົມ,ການໃຫ້ທິດຊີ້ນໍາຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະທານປະເທດ.

ໃນພິທີ,ຍັງໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ 9 ສະຫາຍ.ໃນນີ້, ເລື່ອຍຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ3 ສະ ຫາຍ ຍິງ 2 ສະຫາຍ, ຊັ້ນ ວາ ທີ ຂຶ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອຍຊັ້ນ ສິບຕີ ຂຶ້ນ ສິບໂທ 4 ສະ ຫາຍ ຍິງ 1 ສະຫາຍ, ປະດັບຊັ້ນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ.