ຈໍາເລີຍອາຍຸ 19 ປີ ຊື່ທ້າວ ນາທານ ຫຼື ປຸ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດອິດສະລະພາບຈໍາຄຸກ 3 ປີ ພ້ອມທັງປັບໃໝ 5.000.000 ກີບ ໃນສະຖານການລັກຊັບພົນລະເມືອງ ເຊິ່ງຜິດຕໍ່ປະມວນ ກົດໝາຍອາຍາສະບັບປັບປຸງ ມາດຕາ 231.

ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຄໍາສັ່ງຟ້ອງຕໍ່ຄະນະສານຕັດສິນວ່າ: ຈໍາເລີຍ ໄດ້ເຄື່ອນໄຫວລັກຊັບຢູ່ເຮືອນຂອງ ທ້າວ ທອງຈັນ ອາຍຸ 28 ປີ ຢູ່ບ້ານປາກແຮດ ເມືອງນາຊາຍທອງ ຈໍານວນ 3 ຄັ້ງ ຄື:

ຄັ້ງທີ 1: ວັນທີ 10 ພະຈິກ 2019, ຈໍາເລີຍໄດ້ຢືມລົດຂອງ ທ້າວ ນ້ອຍ ໄປເຮືອນຂອງ ທ້າວ ທອງຈັນ. ແຕ່ເຈົ້າຂອງເຮືອນບໍ່ຢູ່ ຈຶ່ງຄິດຫາໂອກາດລັກເຄື່ອງ; ຮອດເວລາ 24:00 ໂມງ ຂອງວັນດຽວກັນ, ຈຶ່ງໄດ້ຢືມລົດຂອງ ທ້າວ ນ້ອຍ ໄປອີກ, ພໍໄປຮອດເຮືອນຂອງ ທ້າວ ທອງຈັນ ໄດ້ປີນຂ້າມຮົ້ວເຂົ້າໄປ ແລ້ວປີນຂຶ້ນປ່ອງຢ້ຽມເພື່ອມ້າງເພດານເທິງປະຕູອອກ. ຈາກນັ້ນ, ກໍປີນລົງໃນເຮືອນ ແລ້ວເອົາເຫຼັກໄຂຄວງຢູ່ເທິງໂຕະທໍລະທັດ ໄປຫັນນ໋ອດປະຕູຫ້ອງນອນອອກ ແລ້ວເຂົ້າໄປຄົ້ນເຄື່ອງຢູ່ໃນຫ້ອງນອນ ໄດ້ສາຍຄໍສີດໍາມີພຣະເຄື່ອງ 5 ອົງຫ້ອຍຕິດ ຈໍານວນ 1 ເສັ້ນ; ໄດ້ເອົາເຫຼັກສີດໍາສາມຂາ ມ້າງປະຕູທາງຫຼັງເຮືອນອອກແລ້ວໄປລັກເອົາໄກ່ ຈໍານວນ 2 ໂຕ, ພາຍຫຼັງລັກໄດ້ແລ້ວ ກໍເອົາໄກ່ໄປຂາຍໃຫ້ພໍ່ຄ້າທີ່ມາເລາະຊື້ເຄື່ອງຢູ່ຕະຫຼາດອົດຊີ ໄດ້ເງິນຈໍານວນ 75.000 ກີບ ສ່ວນພຣະເຄື່ອງ 5 ອົງ ໄດ້ເອົາໃຫ້ໝູ່ບໍ່ຮູ້ຊື່ ຢູ່ໂຕະສະນຸກເກີ້ 2 ອົງ, ເຮັດເສຍ 2 ອົງ ແລະ ຍັງ ເຫຼືອນໍາຜູ້ກ່ຽວ 1 ອົງ.

ຄັ້ງທີ 2: ວັນທີ 13 ພະຈິກ 2019, ເວລາ 6:00 ໂມງ ຈໍາເລີຍ ໄດ້ຢືມລົດນໍາໝູ່ຢູ່ຮ້ານເກມໄປເຮືອນຂອງ ທ້າວ ທອງຈັນ ອີກ ເມື່ອໄປຮອດກໍປີນຂຶ້ນປ່ອງຢ້ຽມຂຶ້ນໄປໃນເຮືອນແລ້ວ ກໍກິນນ້ໍາຫວານ ແລະ ຂະໜົມຈົນອີ່ມ. ຈາກນັ້ນ, ກໍໄດ້ມ້າງ ປະຕູທາງຫຼັງ (ບ່ອນເກົ່າ) ແລ້ວລັກເອົາຖັງລົມສູບປຸ້ມເປົ້າ 1 ໜ່ວຍ, ມີດຕັດ 1 ອັນ, ກະປຸກອອມສິນ 1 ໜ່ວຍ ແລະ ຂະໜົມຖົງໃຫຍ່ 1 ຖົງ, ເມື່ອລັກໄດ້ແລ້ວໄດ້ເອົາຖັງລົມໄປ ຂາຍໃຫ້ ທ້າວ ກົງຈັກ ຢູ່ບ້ານໜອງແຕ່ງເໜືອ ໄດ້ເງິນຈໍານວນ 150.000 ກີບ, ເອົາເມີນຕັດໄປຂາຍໃຫ້ ທ້າວ ໂຢດ ໄດ້ເງິນຈໍານວນ 30.000 ກີບ, ສ່ວນກະປຸກອອມສິນ ເເມ່ນເອົາຝາກນໍາ ທ້າວ ດີ້ ຢູ່ຮ້ານໂຕະສະໜຸກເກີ້.

ຄັ້ງທີ 3: ເວລາປະມານ 17:00 ໂມງ ຂອງວັນດຽວກັນ ໄດ້ຢືມລົດຂອງ ທ້າວ ສ້ວຍ ເພື່ອໄປເຮືອນ ທ້າວ ທອງຈັນ ອີກ ພາຍຫຼັງທີ່ ໄປຮອດເຮືອນ ກໍໄດ້ຮ້ອງໃສ່ວ່າ: ອ້າຍຈັນ-ຕູ້ຊຽງ ປະມານ 2-3 ຄັ້ງ. ໃນຂະນະນັ້ນ, ທ້າວ ທອງຈັນ; ເຊິ່ງລີ້ຢູ່ໃນເຮືອນເເຕ່ບໍ່ຕອບ ແລະ ຈໍາເລີຍ ກໍຄິດວ່າບໍ່ມີຄົນຢູ່ ຈຶ່ງເຂົ້າໄປຊອກຄົ້ນເຄື່ອງຢູ່ໃນສາງ ແລະ ພາຍໃນເຮືອນ. ຈາກນັ້ນ, ກໍຖືກ ທ້າວ ທອງຈັນ ຄຸມຕົວໄວ້ ພ້ອມທັງຄົ້ນຕົນຕົວຈໍາເລີຍ ພົບພຣະ ເຄື່ອງ 1 ອົງ ພ້ອມສາຍຄໍສີດໍາ 1 ເສັ້ນຢູ່ຖົງເສື້ອ ກ່ອນນໍາຕົວຈໍາເລີຍ ໄປມອບໃຫ້ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຄົບຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ນາທານ ຫຼື ປຸ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາ ໃນສະຖານໂທສານຸໂທດ ຂໍ້ກ່າວຫາການລັກຊັບ ທີ່ແຕະຕ້ອງເຖິງກໍາມະສິດສ່ວນຕົວຂອງບຸກຄົນອື່ນ, ເຮັດໃຫ້ສັງຄົມບໍ່ມີຄວາມ ສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 231 ຢ່າງແທ້ຈິງ, ເຊິ່ງມັນສະ ແດງອອກຕາມບົດບັນທຶກການຈັບຕົວ ແລະ ຄໍາສາລະພາບ ຄື: ຈໍາເລີຍ ໄດ້ມີເຈດຕະນາລັກເອົາຊັບສິນຂອງໂຈດທາງແພ່ງແທ້ຈິງ ຕາມຄໍາໃຫ້ການຮັບສາລະພາບ ສະບັບລົງວັນທີ 14 ພະຈິກ 2019, ວັນທີ 16 ທັນວາ 2019 ແລະ ວັນທີ 20 ທັນວາ 2019.

ເຫັນວ່າ: ການກະທໍາຂອງ ທ້າວ ນາທານ ສີວິໄລ (ຈໍາເລີຍ) ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງດ້ວຍວ່າ ຈໍາເລີຍ ໄດ້ລັກຊັບຂອງໂຈດທາງແພ່ງມາເປັນຂອງຕົນໂດຍບໍ່ຖືກຕ້ອງ ແລະ ເປັນອາຈິນ, ເຊິ່ງຈໍາເລີຍ ກໍຮູ້ດີວ່າການກະທໍາຂອງຕົນນັ້ນ ເປັນການກະທໍາຜິດກົດໝາຍ; ນອກນັ້ນ, ຈໍາເລີຍ ຍັງເປັນ ບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງອາຍຸກະສຽນທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາການກະທໍາຜິດຂອງ ທ້າວ ນາທານ ຫຼື ປຸ ຕາມປະ ມວນກົດໝາຍອາຍາ ມາດຕາ 231 ວັກ 3 ຄືໄດ້ຕັດອິດສະລະພາບຈໍາເລີຍ ຈໍາຄຸກ 3 ປີ ແລະ ປັບໃໝ 5.000.000 ກີບ ພ້ອມທັງໃຊ້ແທນຄືນຄ່າເສຍຫາຍຄືນໃຫ້ແກ່ໂຈດທາງແພ່ງ ເປັນເງິນຈໍານວນ 50.000 ບາດ, ພຣະ 5 ອົງ ແລະ ໄກ່ ຈໍານວນ 2 ໂຕ. ສ່ວນເຄື່ອງຂອງກາງທີ່ເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ມີ ຖັງລົມ 1 ອັນ ແມ່ນໄດ້ມອບຄືນໃຫ້ໂຈດທາງແພ່ງ ແລ້ວຕາມບົດບັນທຶກມອບ-ຮັບເຄື່ອງຂອງກາງ ສະບັບເລກທີ 249/ປກສ.ນຊ, ລົງວັນທີ 5 ທັນວາ 2019.