ປັດຈຸບັນ, ບັນຫາການເກີດອຸບັດຕິເຫດບົນທ້ອງຖະໜົນ ຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຈໍານວນບໍ່ໜ້ອຍໃນແຕ່ລະວັນ, ເຊິ່ງບັນຫາການເກີດອຸບັດຕິເຫດນັ້ນ ສ່ວນຫຼາຍແລ້ວເກີດຈາກຜູ້ຂັບຂີ່ລະເມີດເອງ ເປັນຕົ້ນແມ່ນ ດື່ມແລ້ວຂັບຂີ່, ຂັບຂີ່ລົດໄວເກີນກຳນົດ, ແຊງຂຶ້ນໜ້າບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ, ຂັບຂີ່ບໍ່ຖືກຊ່ອງທາງຈະລາຈອນ, ຂັບຂີ່ດ້ວຍຄວາມປະໝາດ ແລະອື່ນໆ; ເຊິ່ງການລະເມີດດ້ວຍການໃຊ້ຄວາມໄວນັ້ນ ສ່ວນຫຼາຍແລ້ວມັກເກີດອຸບັດຕິເຫດຫຼາຍກວ່າໝູ່ ສະແດງອອກໃນເດືອນກັນຍາ 2020 ຜ່ານມາ ຄື: ທົ່ວປະເທດມີອຸບັດຕິເຫດລະເມີດຄວາມໄວເກີດຂຶ້ນ 70 ກວ່າຄັ້ງ.

ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນ: ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ອອກອາທິດສັນຈອນ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ກວດກາທາດເຫຼົ້າ, ຈັບຄວາມໄວ ແລະອື່ນໆ; ແຕ່ຍັງເຫັນວ່າ ບັນຫາອຸບັດຕິເຫດຍັງສືບຕໍ່ເກີດຂຶ້ນຢູ່ ແລະ ການລະເມີດຂອງຜູ້ຂັບຂີ່ຍັງມີຫຼາຍ.

ໃນເດືອນກັນຍາ 2020 ຜ່ານມາ, ທົ່ວປະເທດມີອຸບັດຕິເຫດ 497 ຄັ້ງ ແລະ ເສຍຊີວິດ 76 ຄົນ; ໃນຈໍານວນອຸບັດຕິເຫດທີ່ເກີດຂຶ້ນນັ້ນ, ສ່ວນຫຼາຍເກີດຈາກຜູ້ຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນ ດ້ວຍການໃຊ້ຄວາມໄວເກີນ ໂດຍເກີດຂຶ້ນທັງໝົດ 71 ຄັ້ງ ແລະ ຮອງລົງມາແມ່ນ ດື່ມສິ່ງມຶນເມົາແລ້ວຂັບຂີ່ 65 ຄັ້ງ.

ເພື່ອຫາວິທີແກ້ໄຂ ແລະ ບໍ່ໃຫ້ຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ໂດຍສະເພາະແມ່ນ ການລະເມີດດ້ວຍການໃຊ້ຄວາມໄວ, ທາງດ້ານ ກະຊວງ ຍທຂ ຈຶ່ງໄດ້ຕິດປ້າຍກຳນົດຄວາມໄວໃສ່ແຕ່ລະເສັ້ນທາງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແມ່ນຈະກຳນົດຄວາມໄວແຕກຕ່າງກັນ ຄື:

  • ເສັ້ນທາງທ່າເດື່ອ ປ້າຍຄວາມໄວຈຳກັດແມ່ນ 50-80 ກິໂລແມັດຕໍ່ຊົ່ວໂມງ
  • ເສັ້ນທາງ 450 ປີ ປ້າຍຄວາມໄວຈຳກັດແມ່ນ 80 ກິໂລແມັດຕໍ່ຊົ່ວໂມງ
  • ເສັ້ນທາງ 13 ໃຕ້ ປ້າຍຄວາມໄວຈຳກັດແມ່ນ 50 ກິໂລແມັດຕໍ່ຊົ່ວໂມງ
  • ເສັ້ນທາງ 13 ເໜືອ ປ້າຍຄວາມໄວຈຳກັດແມ່ນ 30-50 ກິໂລແມັດຕໍ່ຊົ່ວໂມງ
  • ເສັ້ນທາງເລກ 10 (ທ່າງ່ອນ-ບ້ານເກິນ) ປ້າຍຄວາມໄວຈຳກັດແມ່ນ 30 ກິໂລແມັດຕໍ່ຊົ່ວໂມງ
  • ເສັ້ນທາງເລກ 11 (ເມືອງສັງທອງ) ປ້າຍຄວາມໄວຈຳກັດແມ່ນ 50 ກິໂລແມັດຕໍ່ຊົ່ວໂມງ ແລະ ເສັ້ນທາງອື່ນໆ

ໂດຍໄດ້ມອບໝາຍໃຫ້ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເປັນຜູ້ບັງຄັບໃຊ້ກົດໝາຍຕໍ່ຜູ້ຂັບຂີ່ ທີ່ລະເມີດກົດລະບຽບຈະລາຈອນ.