ໃນວັນທີ 19 ຕຸລາ 2020, ໂຮງຮຽນວັດທະນະທຳ ແຂວງຖາຍຫງຽນ ສສ ຫວຽດນາມ ໄດ້ຈັດພິທີສະແດງຄວາມຮູ້ບຸນຄຸນ ແລະ ສໍາເລັດການຈົບຊັ້ນຂອງນັກຮຽນວັດທະນະທຳ ສົກຮຽນປີ 2016-2020 ຈໍານວນ 102 ສະຫາຍ ເຊິ່ງແມ່ນນ້ອງນັກຮຽນຈາກ ສປປ ລາວ ທີ່ໄດ້ສຳເລັດການຮ່ຳຮຽນຢູ່ໂຮງຮຽນແຫ່ງນັ້ນ; ເປັນປະທານໂດຍ ພັທ ນາງ ໂດທິຫວ່ຽນ ລານ ອໍານວຍການໂຮງຮຽນວັດທະນະທໍາ, ມີ ພັອ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ເຂົ້າຮ່ວມ.

ພັທ ນາງ ໂດທິຫວ່ຽນ ລານ ໄດ້ຫວນຄືນປະຫວັດຄວາມເປັນມາຂອງໂຮງຮຽນດັ່ງກ່າວ ແລະ ການກໍ່ສ້າງນັກຮຽນລາວແຕ່ລະຮຸ່ນ ເຊິ່ງທ່ານໄດ້ກ່າວວ່າ:

ໂຮງຮຽນວັດທະນະທຳ ແມ່ນໂຮງຮຽນຊົນເຜົ່າທີ່ຂຶ້ນກັບ ກົມກໍ່ສ້າງກຳລັງ ກະຊວງຕຳຫຼວດ ສສ ຫວຽດນາມ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 30 ກໍລະກົດ 1976 ເຊິ່ງຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງແຂວງຖາຍຫງຽນ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 70 ກິໂລແມັດ.

40 ປີຜ່ານມາ, ໃນການກໍ່ສ້າງ ແລະ ການພັດທະນາ ເຊິ່ງໂຮງຮຽນໄດ້ປ່ຽນຊື່ແຕ່ລະໄລຍະຄື: ນັບແຕ່ປີສ້າງຕັ້ງ 1976-1985 ແມ່ນໃສ່ຊື່ ໂຮງຮຽນນາຍສິບທະຫານຕຳຫຼວດ 3, ມາຮອດປີ 1985 -1989 ໄດ້ປ່ຽນມາເປັນ ໂຮງຮຽນມັດທະຍົມປ້ອງກັນຄວາມສະຫງົບປະຊາຊົນ ແລະ ໃນປີ 1989-2018 ປ່ຽນຊື່ມາເປັນ ໂຮງຮຽນວັດທະນະທໍາ ເລກ 1 ແລະ ປີ 2019 ເຖິງປັດຈຸບັນແມ່ນປ່ຽນມາເປັນ ໂຮງຮຽນວັດທະນະທໍາ ຂຶ້ນກັບ ກົມກໍ່ສ້າງກຳລັງ ກະຊວງຕຳຫຼວດ ສສ ຫວຽດນາມ.

ມາຮອດປີ 2008, ກະຊວງຕຳຫຼວດ ສສ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ລົງນາມເຊັນບົດບັນທຶກສັນຍາຮ່ວມມືມິດຕະພາບ 2 ກະຊວງ ກ່ຽວກັບ ການສົ່ງນັກຮຽນນ້ອງນ້ອຍຊົນເຜົ່າ ກໍຄື ລູກຫຼານພະນັກງານການນຳກະຊວງ ປກສ ມາຮຽນຕໍ່ທີ່ໂຮງຮຽນວັດທະນະທຳແຫ່ງນີ້; ເຊິ່ງມາຮອດປັດຈຸບັນນີ້ ໂຮງຮຽນວັດທະນະທຳ ໄດ້ກໍ່ສ້າງນັກຮຽນນ້ອງນ້ອຍ ສປປ ລາວ ທັງໝົດ ແມ່ນ 9 ຮຸ່ນ ຈໍານວນ 642 ຄົນ. ໃນນັ້ນ, ໄດ້ຈົບຈາກໂຮງຮຽນໄປ ເພື່ອຮຽນສາຍວິຊາສະເພາະ ແມ່ນ 407 ຄົນ ທີ່ໄປຮຽນວິຊາສະເພາະລະບົບປະລິນຍາຕີ ທີ່ວິທະຍາຄານ ປກສ ປະຊາຊົນ ແລະ ວິທະຍາຄານຕຳຫຼວດປະຊາຊົນ, ໂດຍປັດຈຸບັນ ນັກຮຽນນ້ອງນ້ອຍທີ່ກຳລັງຮຽນຢູ່ໂຮງຮຽນວັດທະນະທຳ ມີ 473 ຄົນ.

ໃນພິທີດັ່ງກ່າວ, ໂຮງຮຽນກໍໄດ້ມອບໃບຍ້ອງຍໍໃຫ້ແກ່ນັກຮຽນລາວ ຜູ້ທີ່ຮຽນດີຮຽນເກັ່ງ ແລະ ຜູ້ຝຶກຝົນຫຼ່ໍຫຼອມຕົນເອງດີ, ປະຕິບັດກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ແລະ ຕາງໜ້ານັກຮຽນລາວ ກໍໄດ້ມອບຂອງຂວັນ ແລະ ກ່າວສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານ.

ຫຼັງຈາກນັ້ນ, ພັອ ໄພວັນ ສິດທິຈັນ ກໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ຄູ-ອາຈານ ເຊິ່ງທ່ານໄດ້ມີຄຳເຫັນວ່າ: ພັກ-ລັດຖະບານຫວຽດນາມ ເວົ້າລວມ ກະຊວງຕຳຫຼວດ, ເວົ້າສະເພາະ ໂຮງຮຽນວັດທະນະທຳ ສສ ຫວຽດນາມ ເວລາໃດກໍໄດ້ເອົາໃຈໃສ່ທຸ່ມເທປັດໄຈທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການກໍ່ສ້າງສິດສອນ, ຝຶກຝົນຫຼ່ໍຫຼອມລູກຫຼານ, ນ້ອງນ້ອຍປະຊາຊົນລາວ ຈົນຫຼາຍໆຮຸ່ນທີ່ຈົບຈາກໂຮງຮຽນແຫ່ງນີ້ ແລະ ຫຼາຍໆຄົນທີ່ຈົບຈາກວິທະຍາຄານຢູ່ ສສ ຫວຽດນາມ ແລະ ກັບເມືອເຮັດວຽກວິຊາສະເພາະຢູ່ ສປປ ລາວ ແລະ ຫຼາຍຄົນທີ່ຈົບຈາກໂຮງຮຽນ ສາມາດເຮັດວຽກວິຊາສະເພາະໄດ້ຮັບປະສິທິພາບ, ປະສິດທິຜົນສູງ ນັ້ນກໍແມ່ນຜົນງານ ແລະ ໝາກຜົນອັນຍິ່ງໃຫຍ່ຂອງຄູ-ອາຈານທີ່ໄດ້ເອົາໃຈໃສ່ດ້ວຍຄວາມຈິງໃຈ, ສິດສອນ ແລະ ຝຶກຝົນຫຼ່ໍຫຼອມລູກຫຼານປະຊາຊົນລາວຢ່າງຈິງຈັງ ເຮັດໃຫ້ລູກຫຼານປະຊາຊົນລາວທີ່ຮຽນຈົບຢູ່ສະຖາບັນແຫ່ງນີ້ ກັບໄປຜັນຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ແລະ ເປັນພະນັກງານສືບທອດໃນອະນາຄົດຕໍ່ໄປ.