ເມື່ອບໍ່ດົນມານີ້, ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມຄະນະ ໄດ້ລົງຊຸກຍູ້ວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ກອງບັນຊາການ ປກສ ເມືອງໄຊແຂວງອຸດົມໄຊ ໄດ້ເປີດກອງປະຊຸມ; ໂດຍມີຄະນະຮັບຜິດຊອບຈາກກະຊວງ, ກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງໄຊ ພ້ອມດ້ວຍພະນັກງານ ປກສ ກຸ່ມບ້ານ ແລະ ພະນັກງານ-ນັກຮົບທີ່ປະຈຳການຢູ່ບັນດາຈຸດຕ່າງໆເຂົ້າຮ່ວມ.

ພັທ ວຽງແກ້ວ ມະນີໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊ ໄດ້ລາຍງານສະພາບກ່ຽວກັບການເຄື່ອນໄຫວປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟລາວ-ຈີນ ປະຈຳ 6 ເດືອນຕົ້ນປີ 2020 ເມືອງໄຊ ມີເສັ້ນທາງລົດໄຟຜ່ານແຕ່ບ້ານຫຼັກ 22 ຫາບ້ານຫ້ວຍມອກ ມີຄວາມຍາວທັງໝົດ 38 ກິໂລແມັດ, ມີບ້ານປະຊາຊົນ 15 ບ້ານ, ມີ 5 ກຸ່ມບ້ານ, ມີ 8 ບໍລິສັດຮັບເໝົາກໍ່ສ້າງ ມີ 14 ອູມົງ, ມີ 17 ແຄ້ມ, ມີວິຊາການຕ່າງປະເທດພັກເຊົາ 23 ຄົນ, ກໍາມະກອນ 888 ຄົນ ຍິງ 67 ຄົນ; ໃນນີ້, ກໍາມະກອນລາວ 298 ຄົນ, ຫວຽດນາມ 125 ຄົນ, ຈີນ 365 ຄົນ.

ສະພາບປະກົດການຫຍໍ້ທໍ້ທີເກີດຂຶ້ນຜ່ານມາ, ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວລັກຊັບທີ່ໃຊ້ໃນການກໍ່ສ້າງເສັ້ນທາງລົດໄຟຖືກ ເສຍຫາຍ ສະແດງອອກໃນໄລຍະຜ່ານມາເຈົ້າໜ້າທີ່ໄດ້ມີການຈັດຕັ້ງກຳລັງອອກເຄື່ອນໄຫວຕິດຕາມກວດກາເປັນປົກກະຕິ ແລະ ສາມາດກັກຕົວພາກສ່ວນເຄື່ອນໄຫວລັກເຫຼັກຢູ່ເຂດໂຄງການກໍ່ສ້າງໄດ້ ຈຳນວນ 21 ຄົນ; ໃນນີ້, ໄດ້ສຶກສາອົບຮົມປ່ອຍຕົວກັບທີ່ ຈຳນວນ 10 ຄົນ ແລະ ດຳເນີນການສຶກສາອົບຮົມຢູ່ກອງບັນຊາການ ປກສ ເມືອງໄຊ ຈຳນວນ 11 ຄົນ.

ພົຈວ ຈັນສະແຫວງ ທິບຄູນທອງ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບທີ່ຖືກມອບໝາຍໜ້າທີ່ປ້ອງກັນແຕ່ລະຈຸດໃຫ້ສືບຕໍ່ເອົາໃຈໃສ່ຍົກສູງສະຕິເພີ່ມທະວີຄວາມເອົາໃຈໃສ່ການຄຸ້ມຄອງ, ຮັກສາຄວາມສະຫງົບໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ເອົາໃຈໃສ່ປ້ອງກັນເກັບກຳກຸ່ມເປົ້າໝາຍທີ່ເຄື່ອນໄຫວກະທຳຜິດຂອງກຸ່ມຄົນບໍ່ດີໃຫ້ເລິກເຊິ່ງ; ມີການສ່ອງແສງລາຍງານສະພາບຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ໃຫ້ເປັນເອກະພາບກັນ, ເອົາໃຈໃສ່ກວດກາບັນຈຸສັບຊ້ອນ ຫຼື ສັບປ່ຽນຢູ່ບາງຈຸທີ່ເຫັນວ່າບໍ່ຮັບປະກັນ ແລະ ການປະຕິບັດນະໂຍບາຍຕ່າງໆຢ່າງຖືກຕ້ອງ, ລົງກໍ່ສ້າງຮາກຖານເປັນປົກກະຕິສົມ ທົບກັບພໍ່-ແມ່ປະຊາຊົນໃຫ້ຮັບຮູ້-ເຂົ້າໃຈຕໍ່ກັບແນວທາງນະໂຍບາຍ ຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອເຮັດໃຫ້ການດຳເນີນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ທີ່ຜ່ານແຂວງອຸດົມໄຊ ມີຄວາມສະດວກວ່ອງໄວ.

ໂອກາດດຽວກັນ, ທ່ານຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ປກສ ເມືອງງາ ແລະ ປກສ ເມືອງນາໝໍ້ ຕື່ມອີກໂດຍມີຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ, ຫົວໜ້າຈຸປະຈຳການຢູ່ບັນດາຈຸດຕ່າງໆເຂົ້າຮ່ວມ.