ກອງບັນຊາການປ້ອງກັນເຄື່ອນທີ່ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
1688

ໃນວັນທີ 20 ຕຸລາ ນີ້, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ມີຜົນງານດີເດັ່ນ,ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ,ເປັນປະ ທານ ແລະ ປະດັບຊັ້ນໂດຍ ພັອ ໄຊສຸວັນ ພັນທະສຸກ ຮອງຫົວ ໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະ ນະພັກ-ຄະນະຫ້ອງ, ພ້ອມດ້ວຍພະແນກ, ກອງຮ້ອຍ, ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ພັຕ ບົວຜັນ ດວງສອນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງກອງບັນຊາການປ້ອງກັນເຄື່ອນທີ່ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດກອງບັນຊາການປ້ອງກັນເຄື່ອນທີ່ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ

ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກໍານົດໄວ້ໃນກົດ ໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ).ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນເປັນຊັ້ນ ຮ້ອຍໂທ 2 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 8 ສະຫາຍ, ສິບເອກ ຂຶ້ນ ວາທີ ຈໍານວນ 153 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈໍານວນ 77 ສະຫາຍ ຍິງ 12 ສະຫາຍ.

ໃນພິທີ, ທ່ານຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ໃຫ້ທິດຊີ້ນໍາຕໍ່ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດ ຊອບໃຫ້ສູງຂຶ້ນກວ່າເກົ່າ, ຕັ້ງໜ້າຝຶກຝົນຫຼໍ່ຫອມຕົນເອງໃຫ້ເປັນກໍາລັງທີ່ເຂັ້ມແຂງ, ເປັນກໍາລັງແຮງຂອງພັກ-ຂອງລັດ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ທີ່ມີຄຸນນະພາບ ຕອບສະໜອງໄດ້ກັບໜ້າ ທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສໍາເລັດ.