ໂຮງຮຽນປກສ ຊັ້ນສູງເລກ III ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເປີດຊຸດຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບຊັ້ນສູງ 2 ປີ ຮຸ່ນທີ III ປະຈຳປີ 2020 ໃນວັນທີ 16 ຕຸລາ 2020; ເຂົ້າຮ່ວມໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ຄອນ ສະຫວັນ ເຄນສຸວັນ ຮອງກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ, ພັທ ມິ່ງແກ້ວ ວົງຄຳພາ ຫົວໜ້າອຳນວຍການ ໂຮງຮຽນ ປກສ ຊັ້ນສູງ ເລກ III, ມີຄະນະຫ້ອງອ້ອມຂ້າງ ປກສ ແຂວງ, ຄະນະອຳນວຍການ, ຄະນະພະແນກ ຄູ-ອາ ຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ສາຄອນ ສີສຸກ ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ III ໄດ້ຜ່ານແຜນການຮຽນ-ການສອນ; ວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບຊັ້ນສູງ 2 ປີ ຮຸ່ນທີ III, ຜ່ານໂຄງການຫຼັກສູດການຮຽນ -ການສອນ ແມ່ນໄດ້ຄິດໄລ່ໜ່ວຍກິດເປັນ ຫົວໜ່ວຍວັດແທກ, ກຳນົດເວລາຮຽນ 2 ປີ; ເຊິ່ງມີນັກສຶກສາທັງໝົດ 173 ສະຫາຍ ຍິງ 35 ສະຫາຍ, ການຈັດແບ່ງວິຊາແຕ່ລະໝວດໃນ ຫຼັກສູດ, ພາກວິຊາເບື້ອງຕົ້ນຂອງກຳລັງ ປກສ ມີ 2 ວິຊາ 2 ໜ່ວຍກິດ ເທົ່າກັບ 64 ຊົ່ວໂມງ; ໝວດວິຊາຄວາມຮູ້ທົ່ວໄປ ມີ 6 ວິຊາ 8 ໜ່ວຍ ກິດ 208 ຊົ່ວໂມງ, ໝວດວິຊາເລືອກ ມີ 2 ວິຊາ 2 ໜ່ວຍກິດ 96 ຊົ່ວໂມງ ແລະ ໝວດ ວິຊາພື້ນຖານຂອງວິຊາສະເພາະ ມີ 14 ວິຊາ ມີ 22 ໜ່ວຍກິດ 480 ຊົ່ວໂມງ.

ໃນພິທີ, ພັອ ສົມໝາຍ ພົມມະຈັນ ໄດ້ ເໜັ້ນໃຫ້ຕ້ອງໄດ້ບຸກບືນສ້າງຄວາມພ້ອມໃນແຕ່ລະດ້ານ, ຕ້ອງສ້າງໃຫ້ຖັນແຖວພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມຮູ້-ຄວາມສາມາດສະຕິປັນຍາແຫຼມຄົມ, ມີທິດສະສະດີຢ່າງເປັນລະບົບ ຕິດພັນ ກັບພຶດຕິກຳທາງດ້ານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ກຳລັງວິຊາສະເພາະຂອງໂຮງຮຽນຖືເປັນອີກກຳລັງຫຼັກຊ່ວຍ ປກສ ເພື່ອຮັບໃຊ້ວຽກງານປ້ອງກັນວັນສຳຄັນຕ່າງໆຂອງພັກ-ຂອງຊາດ; ຕໍ່ກັບນັກສຶກສາຕ້ອງຝຶກຝົນຄຸນສົມບັນສິນທຳປະຕິວັດ, ມີຄວາມດຸ ໝັ່ນຂະຫຍັນພຽນ, ມີລະບຽບວິໃນເຂັ້ມງວດ, ເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນແນວທາງການເມືອງຂອງພັກ, ກົດໝາຍຂອງລັດ ແລະ ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ຕ້ອງຮັກສາໄດ້ຄວາມສາມັກຄີ, ເປັນເອກະພາບ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ພ້ອມກັນບຸກບືນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.