ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນຳ້ທາ ຕ້ອນຮັບ ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ທີ່ປະຈຳຢູ່ສູນປະສານງານ ລາວ-ຈີນ ນຳໂດຍ ຮອ ວາງຊີຮວາ ຫົວໜ້າສູນປະສານງານຝ່າຍຈີນ ພ້ອມດວ້ຍຄະນະ ໄດ້ເດີນທາງ ມາຢຽ້ມຢາມເຮັດວຽກຢູ່ກອງບັນຊາການ ປກສ ເມືອງລອງ ໃຫ້ກຽດຕ້ອນຮັບໂດຍ ພັທ ຄຳທອນ ເພັດທອງສີ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງລອງ ພ້ອມດວ້ຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ພັທ ຄໍາທອນ ເພັດທອງສີ ໄດ້ກ່າວຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມ ແລະ ຕີລາຄາສູງຕໍ່ຫົວໜ້າຄະນະສູນປະສານງານຝ່າຍຈີນ ທີ່ເດີນທາງຢ້ຽມຢາມພົບປະກັບກອງບັນຊາການ ປກສ ເມືອງ ລອງຄັ້ງນີ້ ພ້ອມທັງໄດ້ສະເໜີກ່ຽວກັບສະພາບຈຸດພິເສດຂອງເມືອງລອງ ໂດຍສະເພາະແມ່ນວຽກງານ ປ້ອງກັນຄວາມສະຫງົບ ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເຮັດໃຫ້ ເມືອງມີຄວາມເປັນລະບຽບຮຽບຮ້ອຍໜັກແໜ້ນຕະຫຼອດມາ.

ໂອກາດດຽວກັນນັ້ນ, ຮອ ວາງຊີຮວາ ຫົວໜ້າຄະນະສູນປະສານງານຝ່າຍຈີນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍິນດີຕໍ່ການພົບປະຢ້ຽມຢາມຄະນະຜູ້ແທນທັງສອງຝາຍໃນຄັ້ງນີ້, ພ້ອມທັງໄດ້ສະເໜີຈຸດພິເສດຂອງສູນປະສານງານລາວ-ຈີນ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາ; ຕໍ່ທ່ານຫົວໜ້າ ຄະນະກອງບັນຊາການ ປກສ ເມືອງລອງຮັບຊາບ ເຊິ່ງການມາພົບປະຢ້ຽມຢາມກອງບັນຊາການ ປກສ ເມືອງລອງ ໃນເທື່ອນີ້ ເປັນຂີດໝາຍທີ່ສຳຄັນໃນການ ເພີ່ມທະວີເສີມສ້າງສາຍພົວພັນມິດຕະພາບລະຫວ່າງສູນປະສານງານລາວ-ຈີນ ກັບກອງບັນຊາການປ້ອງກັນ ຄວາມສະຫງົບເມືອງລອງ ຮ່ວມມືກັນປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.