ພາຍຫຼັງ ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ກວດພົບສາວຈີນຈໍານວນ 4 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍ. ດັ່ງນັ້ນ, ວັນ​ທີ 15 ຕຸ​ລາ 2020 ຈຶ່ງ​ໄດ້ສົ່ງຕົວກັບຄືນປະເທດ ໂດຍການສົ່ງຂອງ ພັຕ ແອ​ສະ​ຫວັນ ທີບ​ພະ​ຍອດ​ແກ້ວ ຮອງຫົວໜ້າພະ​ແນກ​ສັນ​ຕິ​ບານ ປກສ ເມືອງສິງ ແລະ ກ່າວຮັບໂດຍ ພັຕ ຈາງ​ລີ ຮອງຫົວໜ້າ​ດ່ານ​ທ້ອງ​ຖິ່ນ​ສະ​ເຫີ ເມືອງຫຼ້າ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໃນນີ້​, ມີ​ພົນລະເມືອງຈີນທີ່​ລັກ​ລອບ​ເຂົ້າ​ ສປປ ລາວ ​ໂດຍບໍ່ຜ່ານດ່ານ ແລະ ບໍ່ມີເອກະສານອະນຸຍາດເຂົ້າ-ອອກປະຕູດ່ານ ຊື່ ນາງ ຈາວ​ສື່​ຊີ ອາ​ຍຸ 29 ປີ, ນາງ ຢາງ​ເພີງ​ແຢະ ອາ​ຍຸ 32 ປີ, ນາງ ຊົງ​ຈື​ຍີນ ອາ​ຍຸ 21 ປີ ແລະ ​ນາງ ໂຈ​ຊີ​ເຫີ ອາ​ຍຸ 20 ປີ.

ຈຸດ​ປະ​ສົງ​​​ທີ່ລັກລອບ​ເຂົ້າ​​ເມືອງ ແມ່ນ​​ເພື່ອ​ຈະ​ຊອກວ​ຽກ​ເຮັດ​ງານທຳຢູ​່ເຂດ​ສາມ​ຫຼຽມ​ຄຳ ແຂວງ​ບໍ່​ແກ້ວ, ແຕ່ພວກກ່ຽວລັກລອບເຂົ້າມາແບບບໍ່ຖືກຕ້ອງຕາມລະບຽບຫຼັກການ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສີງ ແຂວງຫຼວງນ້ຳທາ ຈຶ່ງມອບໃຫ້ກັບ ເຈົ້າໜ້າທີ່ ສປ ຈີນ ເພື່ອ​ໄປສຶກສາອົບຮົບ, ກ່າວເຕືອນ ແລະ ບໍ່ໃຫ້ລັກລອບເຂົ້າມາອີກໃນຄັ້ງຕໍ່ໄປ.