ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ໃຫ້ເມືອງຊົນນະບູລີ ແລະ ເມືອງທ່າປາງທອງ

0
1124

ໃນວັນທີ 15 ຕຸລາ ຜ່ານມາ, ທ່ານ ສົມເພັດ ອິນທະທິລາດ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາ ຊົນ, ພ້ອມດ້ວຍບັນດາທ່ານຕ່າງໜ້າໃຫ້ພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ທີ່ເມືອງຊົນນະບຸູລີ.

ໃນນີ້, ສະຫະພັນກຳມະບານແຂວງ, ມີ ນ້ຳດື່ມ 50 ແຟັກ, ແນວລາວສ້າງຊາດແຂວງ ນ້ຳດື່ມ 70 ແຟັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ນ້ຳດື່ມ 50 ແຟັກ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ນຳ້ດື່ມ 80 ແຟັກ ແລະ ວິທະຍາໄລໄຊສົມບັດ ປະກອບ ໝີ່ 1 ແກັດໃຫຍ່ ແລະ ປາກະປ໊ອງ 1 ແກັດ. ກ່າວຮັບໃນຄັ້ງນີ້ ໂດຍທ່ານ ນາງ ຄອນສະຫວັນ ແກ້ວດວງດີ ຮອງເຈົ້າເມືອງຊົນນະບູລີ, ພ້ອມດ້ວຍຄະນະ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ .

ມາຮອດປັດຈຸບັນ,ກອງກຳລັງ ປກຊ-ປກສ ຂອງເມືອງ ໄດ້ນຳເອົາເຮືອເຂົ້າຊ່ວຍເຫຼືອປະຊາຊົນໃນເຂດບ້ານ ທີ່ຖືກຜົນກະທົບ ມີ 28 ບ້ານ ມີຈຳນວນ 4 ຈຸດໃຫຍ່ ຄື: ຈຸດໂຄກຫົວຊ້າງ,ຈຸດກອງປະທຸມວັນ,ຈຸດບ້ານຊຽງຮົ່ມ ແລະ ຈຸດບ້ານໂນນຄູ້.ໃນເວລາຂອງວັນດຽວກັນ, ທ່ານ ຄຳຕັນ ສີໂພໄຊ ຮອງປະທານສະຫະພັນກຳມະບານແຂວງ, ພ້ອມຫົວໜ້າຂະແໜງການ ໄດ້ນຳເອົານ້ຳດື່ມ ຈຳນວນ 50 ແຟັກ ແລະ ໝີ່ 5 ແກັດນ້ອຍ ລວມມູນຄ່າ 625.000 ກີບ ມອບໃຫ້ການນຳຂອງເມືອງທ່າປາງທອງ. ກ່າວຮັບໂດຍ ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມຄະນະ ,ເຊິ່ງເມືອງທ່າປາງທອງ ກໍແມ່ນເມືອງໜຶ່ງ ທີ່ຫຼາຍໆບ້ານ ກໍໄດ້ຖືກປະສົບກັບໄພນ້ຳຖ້ວມເຊັ່ນດຽວກັນ.