ເມືອງຈັນທະບູລີ ປາຖະກະຖາວັນປະກາດເອກະລາດ 12 ຕຸລາ ຄົບຮອບ 75 ປີ

0
802

ໃນວັນທີ 21 ຕຸລາ 2020, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນປະກາດເອກະລາດ 12 ຕຸລາ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020).ປາຖະກະຖາໂດຍ ພົຈວ ຜາລົມ ລິນທອງ ປະທານສະຫະພັນນັກຮົບເກົ່າ ນະ ຄອນຫຼວງວຽງຈັນ, ມີ ທ່ານ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງຈັນທະບູລີ, ພ້ອມດ້ວຍບັນດາຄະນະພັກເມືອງ, ຫ້ອງການ,ນາຍບ້ານ ແລະ ພະນັກງານວິຊາການ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ພົຈວ ຜາລົມ ລິນທອງ ໄດ້ຍົກໃຫ້ເຫັນວ່າ: ກ່ອນໜ້ານີ້,ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາ ເປັນຄັ້ງທໍາອິດຈາກການຄອບຄອງຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ, ວັນດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ,ດ້ວຍຄວາມສາມັກຄີ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ການປະກາດເອກະລາດ ວັນທີ12 ຕຸລາ1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ ກໍຄື ໄດ້ຮັບຮູ້ອະທິປະໄຕຂອງຊາດລາວ.

ພ້ອມກັນນັ້, ກໍໄດ້ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ, ຄົນລາວກໍເປັນຄົນທີ່ມີກຽດສັກສີເໝືອນກັບຄົນຊາດອື່ນໆ ແລະ ມີອິດສະຫຼະພາ, ເປັນເຈົ້າຊາຕາກໍາຂອງຕົນ ເອງ ແລະ ຢາກມີການພັດທະນາຕົນເອງ ເພື່ອຄວາມ ຢູ່ດີກິນດີ ແລະ ມີຄວາມຈະເລີນພັດທະນາ ຍ້ອນແນວນັ້ນ, ພວກເຮົາຈຶ່ງເອົາວັນປະກາດເອ ກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ ຍ້ອມຕາຍດີກວ່າເປັນຂ້ອຍຂ້າ, ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ການປົກຄອງຂອງຕ່າງຊາດ.

ຕະຫຼອດໄລຍະເວລາ 75 ປີ ປະເທດຊາດເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນຂອງພວກເຮົາໄດ້ມີການປ່ຽນແປງຫຼາຍດ້ານ, ໂດຍສະເພາະ 45 ປີແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ນະຄອນຫຼວງວຽງຈັນ ໃນຖານະເປັນນະຄອນຫຼວງຂອງປະເທດກໍມີ ການປ່ຽນແປງໃຫຍ່ໂຕ ແລະ ຮອບດ້ານ ເຊິ່ງສະແດງອອກຄື: ດ້ານການເມືອງ ປະເທດລາວເຮົາ ມີລະບົບໂຄງສ້າງການເມືອງທີ່ມີພັກນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າແຕ່ສູນກາງລົງຮອດຮາກຖານ,ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ສັງຄົມ ມີຄວາມສະຫງົບຕະຫຼອດມາ ແລະ ເປັນປັດໃຈຄໍ້າປະກັນໃຫ້ການພັດທະນາຕໍ່ໄປຢ່າງແນ່ນອນ,ດ້ານແນວທາງ ປກຊ-ປກສ ໄດ້ຮັບການຄົ້ນຄວ້າເຊື່ອມຊຶມຢູ່ຫຼາຍອົງການຈັດ ຕັ້ງ ແລະ ພົນລະເມືອງຢ່າງກວ້າງຂວາງ.