ໃນວັນທີ 13 ຕຸລາ 2020, ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຄໍາມ່ວນ ໄດ້ນໍາຕົວຜູ້ຖືກຫາ ທຳແຜນປະກອບຄຳຮັບສາລະພາບ ໃນຄະດີຊິງຊັບ ( ດຶງກະເປົາ) ຢູ່ເມືອງທ່າແຂກ.

ພັຕ ວັນຄໍາ ເດດຂຸນຟອງ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບ ສວນ ປກສ ແຂວງ ໃຫ້ຮູ້ວ່າ: ໃນວັນ ທີ 6 ພຶດສະພາ 2020 ເວລາປະມານ 21:00 ໂມງ, ນາງ ໂນລາ ບ້ານດອນເຄື່ອນຊ້າງ ເມືອງທ່າແຂກ ໄດ້ເຂົ້າແຈ້ງຄວາມກັບຕໍາຫຼວດຈະລາຈອນ ປະຈໍາຈຸດກວດກາຂອບເຂດບ້ານຖ້ຳນາເສ ວ່າ: ຕົນເອງຂີ່ລົດຈັກຊ້ອນ 3 ເພື່ອຈະໄປເມືອງມະຫາໄຊ ໃນຂະນະເດີນທາງໄປນັ້ນ ມີຄົນຮ້າຍ 1 ຄົນ ຂີ່ລົດມາຮຽງຂ້າງແລ້ວໄດ້ດຶງເອົາກະເປົາຂອງ ນາງ ດາວວອນ ໝູ່ມານຳກັນຢູ່ຕໍ່ໜ້າປ້ຳນ້ຳມັນ ບ້ານດົງມ່ວງໄຂ່ ແລ້ວເອົາຕົວຫຼົບໜີ, ເຊິ່ງມີໂທລະສັບຍີ່ຫໍ້ໄອໂຟນ 6 ພລາສ 1 ໜ່ວຍ, ສາຍແຂນເງິນ 1 ເສັ້ນ, ແຫວນເງິນ 1 ວົງ ແລະ ເຄື່ອງສໍາອາງ.

ຕໍ່ມາ ໃນວັນທີ 25 ພຶດສະພາ 2020 ເວລາປະມານ 17:00 ໂມງ, ພະແນກຫຼວດສືບສວນ-ສອບສວນ ປກສ ໄດ້ຮັບແຈ້ງຄວາມຈາກ ນາງ ຕຸ້ມຄໍາ ອາຍຸ 31 ປີ ປະຊາຊົນ ຢູ່ບ້ານໂພນພິມ ເມືອງທ່າແຂກ ໄດ້ມີຄົນຮ້າຍ 1 ຄົນ ບໍ່ຮູ້ຊື່ຂັບຂີ່ລົດຈັກຮຽງຂ້າງແລ້ວດຶງເອົາກະເປົາຢູ່ຕໍ່ໜ້າປ້ຳນ້ຳມັນໂຊກໄຊ ເຂດບ້ານປາກດົງ. ຂະນະນັ້ນ, ທີ່ຍາດດຶງເອົາກະເປົານັ້ນ ລົດຂອງຕົນເອງລົ້ມ ຈຶ່ງເຮັດໃຫ້ຄົນຮ້າຍຜູ້ກໍ່ເຫດເອົາຕົວຫຼົບໜີ.


ໃນ 3 ເຫດການທີ່ຜູ້ເສຍຫາຍໄດ້ເຈົ້າແຈ້ງຄວາມນັ້ນແມ່ນມີລັກສະນະຄ້າຍຄືກັນ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມກວດກາຂໍ້ມູນ, ພະຍານບຸກຄົນ ແລະ ກໍານົດເປົ້າໝາຍ ຈົນສາມາດຮູ້ຕົວ ທ້າວ ຄໍາຮູ້ (ແງ້) ອາ ຍຸ 29 ປີ, ກຳມະກອນຢູ່ບ້ານຫ້ວຍນາງ ລີ້ ເມືອງທ່າແຂກ ເປັນຜູ້ກໍ່ເຫດ; ຕໍ່ມາວັນທີ 9 ກໍລະກົດ 2020, ຈຶ່ງປະສານສົມທົບກັບພະແນກຕໍາຫຼວດສືບຂ່າວອາຍາ ປກສ ແຂວງ ເຂົ້າກັກຕົວຢູ່ທີ່ເຮືອນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ຖືກຫາຮັບສາລະພາບວ່າ ໄດ້ລົງມືກະທຳຜິດແທ້ໃນການຍາດຊິງຊັບ ( ດຶງກະເປົາ ). ດັ່ງນັ້ນ, ທາງເຈົ້າ ໜ້າທີ່ທີ່ກ່ຽວຂ້ອງ ຈຶ່ງໄດ້ນຳຕົວໄປທຳແຜນປະກອບຄໍາສາລະພາບສຳນວນຄະດີ ເພື່ອສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງເນີນຄະດີຕາມຂັ້ນຕອນຂອງກົດໝາຍ.