ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີເຊື່ອມຊຶມເອກະສານວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃນວັນທີ 15 ຕຸລາ 2020; ເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ພັທ ຈັນທາ ແສນສຸລິວົງ ຮອງ ຫົວໜ້າກອງບັນຊາການ ປກສ ແຂວງ; ມີຄະນະກອງບັນຊາການ, ຫ້ອງ, ພະແນກ, ໂຮງຮຽນ ປກສ ຊັ້ນສູງເລກ 3, ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ເອກະສານວັນປະກາດເອ ກະລາດ ຄົບຮອບ 75 ປີ (12 ຕຸລາ 1945-12 ຕູລາ 2020), ວັນຊາດ ສປ ຈີນ ຄົບຮອບ 71 ປີ(1 ຕຸລາ 1949- 1 ຕຸລາ 2020), ວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ແລະ ວັນລະນຶກສາກົນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 33 ປີ ແລະ 17 ປີ (17ຕຸລາ 1987-17 ຕຸລາ 2020 ແລະ 17-24 ຕຸລາ 2003-17-24 ຕຸລາ 2020).

ພັທ ຈັນທາ ແສນສຸລິວົງ ກ່າວວ່າ: ການ ເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອເຮັດໃຫ້ພະງານ-ນັກຮົບ ປກສ ແຂວງສະຫວັນນະ ເຂດໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈກ່ຽວ ກັບບັນດາເນື້ອໃນເອກະສານ; ປະຫວັດການກໍາເນີດເຕີບໃຫ່ຍຂະຫຍາຍຕົວ ແລະ ບັນດາ ເຫດການທີ່ສໍາຄັນຂອງປວງຊົນລາວ ແລະ ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລາດອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະຂອງກອງທັບ ແລະ ປວງຊົນລາວພາຍໃຕ້ການນຳພາຂອງພັກປະຊົນປະຕິວັດລາວ; ທີ່ໄດ້ເສຍສະຫຼະເລືອດເນື້ອຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ ໃນວັນທີ 12 ຕຸລາ 1945 ແລະ ສປ ຈີນ ແມ່ນປະເທດທີ່ມີອະລິຍະທຳດ້ານວັດຖຸທີ່ມີຊື່ສຽງຄືກຳແພງຍັກ ແລະ ສະ ຖານທີ່ບູຮານທີ່ລ້ຳຄ່າ, ດ້ານຈິດໃຈ ຄື: ຈັນຍາທຳຂົງຈື້, ນະວະນິຍາຍສາມກົກ; ຈີນ ຍັງມີມູນເຊື້ອທຳການຄ້າຂາຍກັບຊາວໂລກມາແຕ່ບູ ຮານນະການ, ສປ ຈີນ ມີປະຫວັດສາດອັນ ຍາວນານຂອງໂລກ.