ບຸນພຣະທາດຫຼວງປີນີ້ ຄົບງັນ 3 ວັນ ຈະບໍ່ມີງານຕະຫຼາດນັດວາງສະແດງສິນຄ້າ

0
1142

ພິທີຖະແຫຼງຂ່າວງານບຸນນະມັດສະການພຣະທາດຫຼວງ ປະຈໍາປີ 2020 ໄດ້ມີຂຶ້ນໃນວັນທີ 21 ຕຸລາ 2020 ໂດຍມີ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ມີເຈົ້າເມືອງ, ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ; ພັອ ພິມມະສອນ ທໍາມະວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃຫ້ຮູ້ວ່າ: ງານບຸນນະມັດສະການພຣະທາດຫຼວງ ປະຈໍາປີ 2020 ແມ່ນມີຄວາມແຕກຕ່າງຈາກປີຜ່ານມາ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ 19, ສໍາລັບການຈັດງານປີນີ້ ຈະເນັ້ນໃສ່ທາງດ້ານຮີດຄອງປະເພນີຫຼາຍ ຈະບໍ່ໃຫ້ມີງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າຄືປີຜ່ານມາ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເພື່ອອະນຸລັກ ແລະ ເສີມຂະຫຍາຍມູນເຊື້ອປະເພນີ ອັນດີງາມຂອງງານບຸນນະມັດສະການພຣະທາດຫຼວງຂອງຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ສືບທອດກັນມາແຕ່ບູຮານນະການໃຫ້ຢືນຍົງຕະຫຼອດໄປເປັນການສ້າງແບບແຜນວິຖີວັດທະນະທຳໃໝ່ ຕິດພັນການຊຸກຍູ້ສົ່ງເສີມການທ່ອງ ທ່ຽວພາຍໃນໃຫ້ມີຄວາມເຂັ້ມແຂງ ເພື່ອເປັນການຟື້ນຟູຜົນກະທົບຈາກໂລກລະບາດ GOVID 19; ສໍາລັບບຸນນະມັດສະການພຣະທາດ ຫຼວງ ປະຈໍາປີ 2020 ຈະໄດ້ຈັດເປັນເວລາ 3 ວັນ ຄື:

ນັບແຕ່ວັນທີ 29 -31 ຕຸລາ 2020 ກົງກັບມື້ຂຶ້ນ 13 -15 ຄໍ່າ ເດືອນ12 ເພັງ ພສ 2563; ວັນທີ 29 ຕອນເຊົ້າຈະມີການຫ້າງຫາກະກຽມຕົບແຕ່ງ, ປະດັບປະດາສະຖານ ທີ່ທາງດ້ານນອກ ແລະ ດ້ານໃນກົມມະລຽນພຣະທາດ ຫຼວງ, ຕອນແລງເວລາ 16:00 ໂມງ ຈະມີພິທີສູຕປາຣິຕະມຸງຄຸນ ເປີດປະຕູພຣະທາດ, ເວລາ 20:00 ໂມງ ຈະພິທີວຽນທຽນ, ແຮ່ຜາສາດເຜິ້ງ, ມ່ວນຊົນຊາວບ້ານ ແລະຄົບງັນຕາມປະເພນີ.

ວັນທີ 30 ເວລາ13:00 ໂມງ ເຕົ້າ ໂຮມຜາສາດເຜິ້ງຈາກ 4 ຕົວເມືອງ, ພ້ອມທັງ ເຄື່ອນຂະບວນ ພິທີແຫ່ຜາສາດເຜີ້ງ ສູ່ກົມມະລຽນພຣະທາດຫຼວງ .ໃນນັ້ນ,ຈະມີຂະບວນແຫທັ່ງບັ້ງ,ດົນຕີພື້ນເມືອງ,ເມື່ອຮອດພະທາດຫຼວງ ແລ້ວແຫ່ອ້ອມພະທາດ 3 ຮອບ, ຖວາຍ ຜາສາດເຜິ້ງ, ຟັງທໍາມະເທດສະໜາ 1 ກັນ ແລະຄົບງັນຕາມຮີດຄອງປະເພນີ.

ວັນທີ 31 ເວລາ 7:00 ໂມງ-8:00ໂມງ ຈະມີພິທີໄຫວ້ພຣະຮັບສິນ, ຟັງທໍາມະເທດສະໜາ ຖວາຍສັງຄະທານ, ຄາລະວະໃຫ້ພອນຢາດນໍ້າ ມີ ການຕັກບາດ ແລະ ບິນພຣະບາດຂອງພຣະສົງສໍາມະເນນ; ເວລາ 12:00 ໂມງ ເຕົ້າໂຮມນັກກິລາຕີຄີທີ່ ຢູ່ວັດທາດຫຼວງໃຕ້; ອັງເຊີນລູກຄີຢູ່ຫໍເຈົ້າໄຊເຊດຖາທິລາດ ເຂົ້າສູ່ພະທາດຫຼວງ ຫຼັງຈາກເສັດພິທີແລ້ວແຫ່ຂະບວນລຸກຄີລົງສູ່ສະໜາມຫຼວງ ແລະ ເປີດການແຂ່ງຂັນຕີຄີ; ເວລາ 19:00 ໂມງ ກໍຈະມີພິທີວຽນທຽນຢູ່ກົມມະລຽນພຣະທາດຫຼງ ແລະ ຈຸດບັ້ງໄຟບູຊາອົງພຣະທາດ. ນອກຈາກ,ປະເພນີພຣະທາດຫຼວງແລ້ວ ຍັງມີປະເພນີທີ່ກ່ຽວພັນກັບງານບຸນພຣະທາດຫຼວງ ຢູ່ສະຖານທີ່ວັດອື່ນນໍາອີກ.

ສ່ວນກິດຈະກຳການຄົບງັນອື່ນໆ ເນື່ອງຈາກປີນີ້ ຈະບໍ່ໄດ້ມີການຈັດງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນ ຄ້າ.ດັ່ງນັ້ນ,ຈຶ່ງອະນຸຍາດໃຫ້ມີແຕ່ການບໍລິການຈໍານວນໜຶ່ງ ທີ່ມີຄວາມຈໍາເປັນ ແລະ ຕິດພັນກັບກິດຈະກຳທາງດ້ານປະເພນີເຊັ່ນ:ການບໍລິການເຄື່ອງທີ່ລະນຶກ, ເຄື່ອງ ບູຊາ,​ດອກໄມ້ທູບທຽນ,ບໍລິການຫ້ອງນໍ້າສະອາດ,ບໍລິການຝາກລົດຈັກ-ລົດໃຫຍ່,ອາຫານການກິນຕາມຈຸດທີ່ມີການບໍລິການເປັນປົກກະຕິ.