ປກສ ແຂວງຫຼວງພະບາງ ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກກະຊວງ

0
922

ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດຕັ້ງເຜີຍແຜ່ ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີVຂອງອົງຄະນະພັກກະຊວງ ປກສ ໃນອາ ທິດຜ່ານມາ, ເຜີຍແຜ່ໂດຍ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພົຈວ ສົມຈັນ ແກ້ວຈັນດາ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ,ມີບັນດາຫ້ອງ,ກອງພັນປ້ອງກັນເຄື່ອນທີ່,ຄ້າຍຄຸມ ຂັງ-ດັດສ້າງ,ໂຮງຮຽນ ປກສ ຊັ້ນສູງເລກ2, ປກສ ເມືອງ  ແລະ ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ໄດ້ເຜີຍແຜ່ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 160/ຄລສພ ລົງວັນທີ 24ກັນ ຍາ 2020 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ. ພ້ອມທັງໄດ້ກ່າວວ່າ: ກອງປະ ຊຸມໃຫ່ຍຄັ້ງທີVຂອງອົງຄະນະພັກກະຊວງ ປກສ ໄດ້ໄຂຂຶ້ນໃນວັນທີ 9 ກັນຍາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກສ, ມີພະນັກງານປະຕິວັດອາວຸໂສ,ວິລະຊົນແຫ່ງຊາດ,ນັກຮົບແຂ່ງຂັນ, ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວອົງຄະນະພັກກະຊວງ ປກສ ເຂົ້າຮ່ວມ. ກອງປະຊຸມໄດ້ຕ້ອນຮັບ  ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ທານປະເທດ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1ວັນເຄິ່ງ ດ້ວຍບັນຍາກາດຟົດຟື້ນ ໄດ້ຄົ້ນຄວ້າຢ່າງເລິກເຊີ່ງ ແລະໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງທັງສອງພາກ ເປັນຕົ້ນ ແມ່ນບັນດາຜົນງານດ້ານດີທີ່ຕັ້ງໜ້າ ແລະ ຈຸດອ່ອນຂໍ້ ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການ ໃນ 5 ປີຕໍ່ໜ້າ ຂອງກະຊວງ ປກສໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ພັທ ເກໄຊ ລໍວັນຮຽນ ຮອງຫົວໜ້າກົມຈັດຕັ້ງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ປກສເລກທີ 1788/ປກສ,ລົງວັນທີ 14 ​ກັນຍາ 2020 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງພະບາງ ໂດຍໄດ້ແຕ່ງຕັ້ງ ພັທ ສົມບູນ ທະນາວັນ ຫົວໜ້າຫ້ອງຕຳຫຼວດ ຂຶ້ນເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.