ທ້າວ ໄຊຄໍາ ເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນ ຢູ່ເມືອງພຽງ ແລະ ເມືອງໄຊຍະບູລີ ຈົນໄດ້ເງິນຫຼາຍກວ່າ 60 ລ້ານກີບ
ທ້າວ ໄຊຄໍາ ເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນ ຢູ່ເມືອງພຽງ ແລະ ເມືອງໄຊຍະບູລີ ຈົນໄດ້ເງິນຫຼາຍກວ່າ 60 ລ້ານກີບ

ປະຊາຊົນເມືອງພຽງ ແລະ ເມືອງໄຊຍະບູລີ ຈໍານວນ 33 ຄອບຄົວ ໄດ້ຈ່າຍເງິນລ່ວງໜ້າຈໍານວນ 60 ລ້ານກວ່າກີບ ໃຫ້ຜູ້ຕາງໜ້າບໍລິສັດໄຟຟ້າເອກະຊົນແຫ່ງໜຶ່ງ ເພື່ອໃຫ້ມາຕິດຕັ້ງໄຟຟ້າເຂົ້າຄົວເຮືອນ ແຕ່ສຸດທ້າຍຈ່າຍໃຫ້ບຸກຄົນທີ່ແອບອ້າງ ເຮັດໃຫ້ສູນເສຍເງິນຈໍານວນດັ່ງກ່າວ; ດັ່ງນັ້ນ, ຈຶ່ງແຈ້ງເຈົ້າໜ້າທີ່ຈົນນໍາໄປສູ່ກັບຈັບຕົວຜູ້ແອບອ້າງໄດ້ ໃນວັນທີ 4 ກໍລະກົດ 2020 ມາດໍາເນີນຄະດີ.

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງ ແລະ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:

ໄດ້ມີບຸກຄົນເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນ ຢູ່ເມືອງພຽງ ຈໍານວນ 2 ບ້ານ ມີ 3 ຄອບຄົວ ແລະ ເມືອງໄຊຍະບູລີ ຈໍານວນ 11 ບ້ານ ມີ 30 ຄອບຄົວ ໂດຍແອບອ້າງເປັນຜູ້ຕາງໜ້າບໍລິສັດໄຟຟ້າຂອງເອກະຊົນ ດ້ວຍການເຂົ້າຫາ ແລະ ລະດົມໃຫ້ແຕ່ລະຄອບຄົວທີ່ມີເງື່ອນໄຂຕິດຕັ້ງໄຟຟ້າເຂົ້າເຮືອນ ໂດຍຈ່າຍຄ່າຕິດຕັ້ງລ່ວງໜ້າ.

ຈາກນັ້ນ, ຈຶ່ງມີປະຊາຊົນຫຼົງເຊື່ອ ແລະ ຈ່າຍເງິນຈໍານວນ 60 ລ້ານກວ່າກີບ; ຜ່ານໄປໄດ້ໄລຍະໜຶ່ງ ກໍບໍ່ເຫັນມີການຕິດຕັ້ງໄຟຟ້າເຂົ້າເຮືອນແຕ່ຢ່າງໃດ, ຕໍ່ມາຈຶ່ງສືບຮູ້ຕາມພາຍຫຼັງວ່າ ເປັນຄົນແອບອ້າງມາຕົວະເອົາເງິນ ຈົນນໍາໄປສູ່ການຈັບຕົວ.

ຜ່ານການສືບສວນ-ສອບສວນ, ທ້າວ ໄຊຄໍາ ສາລະພາບວ່າ:

ໃນໄລຍະປີ 2018-2019, ໄດ້ເດີນທາງອອກຈາກບ້ານໃໝ່ໜອງຄວາຍ ເມືອງວຽງຄໍາ ແຂວງວຽງຈັນ ໄປ ແຂວງໄຊຍະບູລີ ໂດຍມີຈຸດປະສົງເພື່ອເຄື່ອນໄຫວຕົວະຍົວະຫຼອກລວງເອົາເງິນປະຊາຊົນ ໂດຍໃຊ້ຮູບການແອບອ້າງເປັນຜູ້ຕາງໜ້າບໍລິສັດໄຟຟ້າຂອງເອກະຊົນ ລົງກວດກາຕິດຕັ້ງໄຟຟ້າເຂົ້າເຮືອນໃຫ້ປະຊາຊົນ ຢູ່ເຂດເມືອງພຽງ ແລະ ເມືອງໄຊຍະບູລີ ໂດຍນຳໃຊ້ລົດກະບະວີໂກ້ ໝາຍເລກທະບຽນ ກດ 5339 ກຳແພງນະຄອນ ເຄື່ອນໄຫວຢູ່ແຕ່ລະບ້ານ; ໃນເບື້ອງຕົ້ນ, ໄດ້ລົງສຳພາດຫົວໜ່ວຍຄອບຄົວ, ພ້ອມທັງລະດົມໃຫ້ແຕ່ລະຄອບຄົວທີ່ມີເງື່ອນໄຂຕິດຕັ້ງໄຟຟ້າເຂົ້າເຮືອນ ຕ້ອງໄດ້ຈ່າຍຄ່າຕິດຕັ້ງລ່ວງໜ້າ ແຕ່ພາຍຫຼັງໄດ້ເງິນແລ້ວ ໄດ້ນຳໄປໃຊ້ຈ່າຍຈົນໝົດ.

ຈາກການເຄື່ອນໄຫວມາໄດ້ໄລຍະໜຶ່ງ ຈຶ່ງຖືກຜູ້ເສຍຫາຍຮູ້ວ່າ: ເປັນບຸກຄົນແອບອ້າງ ຈຶ່ງໄດ້ແຈ້ງຄວາມຕໍ່ອຳນາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລົງກວດກາຕົວຈິງ ແລະ ໃນທີ່ສຸດກໍຖືກເຈົ້່າໜ້າທີ່ຄວບຄຸມຕົວໄປດໍາເນີນຄະດີ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ.