ສູນກາງຊາວໜຸ່ມ ນຳວັດຖຸປັດໃຈ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

0
1266

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ນໍາເອົາວັດຖຸປັດໃຈທີ່ໄດ້ຮັບມາຈາກການລະດົມ. ການຊ່ວຍເຫຼືອ ຈາກພາກລັດ ແລະ ເອກະຊົນ ໃນການສົມທົບເພື່ອລົງຊ່ວຍເຫຼື່ອພໍ່-ແມ່ປະຊາຊົນ ແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.ພິທີເຄື່ອນຂະບວນນໍາເອົາວັດຖຸປັດໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຂລາຄະນະບໍລິຫານງານ ສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະ ພາຍໃຕ້ຄໍາຂວັນທີ່ວ່າ: “ຊາວໜຸ່ມຕະລຸມບອນຮ່ວມແຮງຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ປີ 2020”

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ພາຍຫຼັງເກີດເຫດການພະຍຸພັດເຂົ້າແຂວງພາກກາງ ແລະ ພາກໃຕ້ ເຮັດໃຫ້ເຮືອນຊານ,ບ່ອນທໍາການຜະລິດ ແລະ ວັດຖຸສິ່ງຂອງຕ່າງໆ ຂອງພໍ່ແມ່ປະຊາຊົນ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ສະນັ້ນ, ເພື່ອບັນເທົາຜົນກະທົບທີ່ເກີດຂຶ້ນ ສູນ ກາງຊາວໜຸ່ມ ຈິ່ງໄດ້ລະດົມສິ່ງຂອງຕ່າງໆຈາກພາກລັດ ແລະ ເອກຊົນ. ຈາກນັ້ນ, ຂໍທ້ອນໂຮມ ນໍາໃສ່ລົດເພື່ອສົ່ງເຖິງພໍ່ແມ່ທີ່ທີ່ປະສົບໄພ ແຂວງພາກໃຕ້. ໃນນີ້, ໄດ້ສຸມໃສ່ແຂວງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຢ່າງໜັກ.

ເຄື່ອງທີ່ຈະນໍາໄປມອບໃຫ້ຜູ້ປະສົບໄພໃນຄັ້ງນີ້, ມີທັງເຄື່ອງອຸປະໂພກ, ບໍລິໂພກ ປະກອບມີ: ເຄື່ອງນຸ່ງຮົ່ມ, ໝີ່, ປາກະປ໋ອງ, ເຂົ້າໜົມ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງມືປະຖົມພະຍາບານ ຂັ້ນເບື້ອງຕົ້ນ ແລະອື່ນໆ ລວມມູນຄ່າ ທັງໝົດ  150 ລ້ານກີບ.