ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ມອບລົດບັນທຸກ 23 ຄັນ ໃຫ້ ກະຊວງ ປກສ

0
1811

ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ໄດ້ມອບລົດບັນທຸກຍີ່ຫຍໍ້ໂຟຕອນ ຈໍານວນ 23 ຄັນ ມູນຄ່າ 6 ລ້ານຢວນ ໃຫ້ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະ ກໍຄື ວຽກງານປ້ອງກັນຄວາມສະຫງົບໃຫ້ມີຄວາມສະດວກດີຂຶ້ນກວ່າເກົ່າ.

ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ – ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພິທີມອບ-ຮັບລົດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020, ໂດຍການກ່າວມອບຂອງ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ຜູ້ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກພະຍານ.

ໃນໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ໃນການປະກອບສ່ວນຊ່ວຍເຫຼືອຈາກ ສປ ຈີນ ໃນຄັ້ງນີ້, ພ້ອມທັງກ່າວອວຍພອນໄຊມາຍັງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ຄອບຄົວມີຄວາມຜາສຸກ ແລະ ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານ.