ຈາກກໍລະນີທີ່ສັງຄົມອອນລາຍ ອອກມາແຊພາບເຫດການສາວນັກສຶກສາໃຈເດັດ ຂັບລົດຈັກຕໍາໂຈນທີ່ດຶງກະເປົາຕົນເອງ ເມື່ອວັນທີ 22 ຕຸລາ 2020 ທີ່ຜ່ານມາ, ເຊິ່ງຫຼັງຄລິບເຫດການດັ່ງກ່າວ ຖືກເຜີຍແຜ່ອອກໄປບັນດາຜູ້ໃຊ້ສື່ສັງຄົມອອນລາຍຕ່າງກໍມາສະແດງຄວາມຊົມເຊີຍຕໍ່ຄວາມໃຈກ້າຂອງຜູ້ກ່ຽວ ແຕ່ກໍຍອມຮັບວ່າມັນເປັນເລື່ອງທີ່ອັນຕະລາຍຫຼາຍ.

ຈາກການນຳສະເໜີໄປແລ້ວກ່ອນໜ້ານີ້ກ່ຽວກັບ ຂໍ້ມູນສ່ວນຕົວໂດຍຫຍໍ້ຂອງສາວນັກສຶກສາຄົນນີ້ ກໍຄື ນາງລີນາ ບຸນສີວິໄລພອນ ນັກສຶກ ສາສາຂາໄຟຟ້າ ວິທະຍາໄລສັບພະວິຊາ, ເຊິ່ງຕໍ່ມາກໍໄດ້ຂໍ້ມູນເພີ່ມເຕີມຈາກນ້ອງວ່າ ຕອນນີ້ໄດ້ອອກມາພັກເຊົາຢູ່ຫ້ອງພັກແລ້ວ, ຫຼັງຈາກອອກມາ ກໍມີຜູ້ໃຫຍ່ຫຼາຍພາກສ່ວນເຂົ້າມາຖາມຂ່າວ ພ້ອມໃຫ້ຄວາມຊ່ວຍເຫຼືອ ເປັນຕົ້ນແມ່ນ ຄະນະອາຈານຈາກວິທະຍາໄລສັບພະວິຊາ ແລະ ປກສ ນະຄອນຫຼວງວຽງຈັນ.

ນອກຈາກນີ້, ຍັງມີກໍາລັງແຮງຈາກຜູ້ໃຊ້ສື່ສັງຄົມອອນລາຍຈໍານວນຫຼາຍ ໂດຍມີເພຈຂ່າວຕ່າງໆນໍາເລື່ອງລາວຂອງນ້ອງອອກມາເຜີຍແຜ່ ພ້ອມເຜີຍເລກບັນຊີທະນາຄານ ເປີດຮັບບໍລິຈາກເງິນຊ່ວຍເຫຼືອຄ່າປິ່ນປົວໃຫ້ກັບຜູ້ກ່ຽວ, ເຊິ່ງເປັນເລື່ອງລາວທີ່ດີ ແລະ ສ້າງຄວາມຕົກໃຈໃຫ້ກັບສັງຄົມບໍ່ໜ້ອຍ ເມື່ອເຫັນຍອດບໍລິຈາກພຽງ 1 ມື້ ມີຜູ້ໃຈບຸນເຂົ້າມາບໍລິຈາກໃຫ້ນ້ອງຈໍານວນຫຼວງຫຼາຍ ໂດຍໄດ້ຂໍ້ມູນຈາກຜູ້ກ່ຽວວ່າ ຍອດບໍລິຈາກທະລຸ 51 ລ້ານກວ່າກີບໃນຕອນບ່າຍຂອງມື້ນີ້.

ແນວໃດກໍຕາມ, ຕໍ່ກັບຍອດບໍລິຈາກຈໍານວນຫຼວງຫຼາຍນີ້ ແນ່ນອນວ່າ ອາດມີຄໍາຖາມຕາມມາຈາກສັງຄົມກ່ຽວກັບເງິນຈໍານວນນີ້ວ່າ ນ້ອງລີນາ ຈະນໍາໄປໃຊ້ໃນທິດທາງໃດ ເຊິ່ງນ້ອງລີນາ ບອກວ່າ: ເງິນບໍລິຈາກທີ່ໄດ້ຮັບ ຈະນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈໍານວນ 5 ລ້ານກີບ, ຈະນໍາໄປຊື້ລົດ (ລົດຈັກຂອງນ້ອງລີນາ ເສຍຂະນະທີ່ຂັບໄປຈອດໄວ້ບ່ອນເຮັດວຽກ) ແລະ ຈະເອົາສ່ວນທີ່ເຫຼືອມາໄວ້ເປັນທຶນຮອນໃນການສຶກສາ.

ນອກຈາກນີ້, ນ້ອງລີນາ ຍັງບອກອີກວ່າ: ກ່ອນອື່ນຕ້ອງຂອບໃຈຄົນທີ່ຊ່ວຍນ້ອງຈັບໂຈນ ແລະ ຄົນທີ່ພານ້ອງໄປໂຮງໝໍ ພ້ອມຂອບໃຈໝູ່ເພື່ອນທາງເຟສບຸກທີ່ຊ່ວຍເຫຼືອເປັນວັດຖຸ, ເງິນຄໍາ ແລະ ໃຫ້ກໍາລັງໃຈ; ໂດຍຈາກນີ້ຕໍ່ໄປ, ນ້ອງຊິມີສະຕິໃຫ້ຫຼາຍຂຶ້ນ ພ້ອມຖືເອົາເລື່ອງນີ້ ເປັນບົດຮຽນ ແລະ ທີ່ສໍາຄັນ ນ້ອງລີນາ ຂໍປິດຮັບການບໍລິຈາກເງິນຊ່ວຍເຫຼືອແລ້ວ ໂດຍແຈ້ງຜ່ານເຟສບຸກສ່ວນຕົວຂອງຕົນເອງ ຜ່ານຊື່ ລີນາ ບຸນວິໄລ (ພາສາໄທ) ໃນເລື່ອງດັ່ງກ່າວ ເພາະຈໍານວນເງິນທີ່ໄດ້ຮັບແມ່ນຫຼວງຫຼາຍ ແລະ ພຽງພໍສໍາລັບນ້ອງແລ້ວ.