ປກສ ເມືອງສິງ ສຳເລັດການປະເມີນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

0
722

ອາທິດຜ່ານມາ,ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສິງ​ ແຂວງຫຼວງນໍ້າທາ ໄດ້​ສຳ​ເລັດກອງ​ປະ​ຊຸມ​ປະ​ເມີນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ​ແຂງ ໜັກ​ແໜ້ນ ປະ​ຈຳ​ປີ 2020, ​ເປັນ​ປະ​ທານໂດຍ ສະ​ຫາຍ ພັທ ພຸດ​ທະ​ສອນ ວົງ​ແຝງ​ຄຳ ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ ຫົວ​ໜ້າ​ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສິງ,​ ​ມີ ສະຫາຍ ປອ ຈັນ​ພິ​ພັກ ກອງ​ຈຳ​ປາ ກຳ​ມະ​ການ​ພັກ​ແຂວງ ເລ​ຂາພັກ​ເມືອງ​ເຈົ້າ​ເມືອງສິງ, ມີ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາ, ພ້ອມດ້ວຍເລ​ຂາ​​ໜ່ວຍ​ພັກ, ສະ​ມາ​ຊິກ​ພັກ​ສົມ​ບຸນສຳ​ຮອງ​ເຂົ້າ​ຮ່ວມ.

ສະ​ຫາຍ ພັທ ພຸດທະສອນ ວົງແຝງຄໍາ ໄດ້ຂຶ້ນຜ່ານບົດສະຫຼຸບການປະເມີນສະມາຊິກພັກ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020, ຄະນະພັກຮາກຖານ ປກສ ເມືອງສິງ ມີ 6 ໜ່ວຍພັກ ທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 143 ສະຫາຍ ຍິງ17 ສະຫາຍ, ສະມາຊິກ ພັກສໍາຮອງ 3 ສະຫາຍ. ຜ່ານການປະເມີນສະມາຊິກ ແລະໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020,ໄດ້ 6 ໜ່ວຍພັກ ເປັນໜ່ວຍພັກເຂັ້ມແຂງ, ສະມາຊິກພັກແຂງກວມ 98 %,ສະມາຊິກພັກກາງ ໄດ້ 2%.

ໃນໂອກາດນີ້, ສະຫາຍ ປອ ຈັນພິພັກ ກອງຈໍາປາ ເຈົ້າເມືອງສິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກໃນໄລຍະໜື່ງປີຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ , ພະນັກງານ-ນັກຮົບ ຢ່າງເປັນລະບົບຕໍ່ເນື້ອງ,ມີຫຼັການການ,ມີແບບແຜນ ແລະມີເປົ້າໝາຍຄາດໝາຍຜົນໄດ້ຮັບໃນການສຶກສາອົບຮົມການ ເມືອງ-ແນວຄິດ, ມີການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ,ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຄະນະພັກ, ຄະນະໜ່ວຍພັກກັບພະນັກງານ-ນັກຮົບຢ່າງກົມກຽວເປັນຈິດໜື່ງໃຈດຽວ ໃນການແກ້ໄຂບັນຫາຕ່າງໃຫ້ຖືກຕ້ອງ ມີປະຊາທິປະໄຕຢ່າງແທ້ຈິງ.