ການນໍາແຂວງໄຊຍະບູລີ ມອບເຄື່ອງນຸ່ງຮົ່ມໃຫ້ປະຊາຊົນ ເມືອງໄຊສະຖານ

0
890

ອາທິດຜ່ານມາ,ເຈົ້າແຂວງໄຊຍະບູລີ ພ້ອຍດ້ວຍພັນລະຍາ ແລະ ການນໍາຂອງແຂວງ ໄດ້ນໍາເອົາເຄື່ອງນຸ່ງຮົ່ມກັນໜາວ ຈໍານວນ 1.500 ຜືນ ໄປມອບໃຫ້ປະຊາຊົນ ກຸ່ມບ້ານກໍ່-ສະປີ ເມືອງໄຊສະຖານ ແຂວງໄຊຍະບູລີ ເພື່ອເປັນການຕ້ານໄພໜາວ ທີ່ຈະມາເຖິງໃນລະດູນີ້, ໃຫ້ການຕ້ອນຮັບໂດຍ ທ່ານ ກອງສີ ວົງສີ ເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຂອງເມືອງ ເຂົ້າຮ່ວມ

ເຄື່ອງຊ່ວຍເຫຼືອຄັ້ງນີ້,ໄດ້ຮັບການສະໜັບສະໜູນຈາກບໍລິສັດ ຈຳນວນ 3.000 ຜືນ ມູນຄ່າ 50 ລ້ານກວ່າກີບ.ໃນນີ້, ໄດ້ແບ່ງເຄື່ອງນຸ່ງ ຈໍານວນ 1.500 ຜືນ ມອບໃຫ້ປະຊາຊົນ ກຸ່ມບ້ານກໍ່-ສະປິ ເມືອງໄຊສະຖານ ແລະອີກ1.500 ຜືນຈະໄດ້ເອົາໄປມອບໃຫ້ປະຊາຊົນທີ່ຂາດເຂີນ ໃນ 4 ເມືອງເໜືອ ຂອງແຂວງໄຊຍະບູລີ.

ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ເນັ້ນໃຫ້ອໍານາດການປົກຄອງທຸກຂັ້ນຂອງເມືອງ ຈົ່ງສືບຕໍ່ຊີ້ນໍາ-ນໍາພາ ປະ ຊາຊົນເຂດດັ່ງກ່າວປູກພືດເປັນສິນຄ້າ ເຊັ່ນ:ປູກແຂມ,ໝາກເດືອຍ ແລະ ລ້ຽງສັດ ຕິດພັນກັບການປູກຫຍ້າ.ພ້ອມດຽວກັນ ກໍໄດ້ຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິ ໂພກ ລວມມູນຄ່າ 5 ລ້ານກວ່າກີບ ໃຫ້ກອງຮ້ອຍຊາຍແດນ 154 ຕື່ມອີກ.