ເຊັນບົດບັນທຶກປະສານງານລະຫວ່າງກຳມະການຍຸຕິທຳ ແລະ ປກຊ-ປກສ

0
824

ພິທີເຊັນບົດບັນທຶກວ່າດ້ວຍການປະສານງານ ລະຫວ່າງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2020, ໂດຍການເຂົ້າຮ່ວມຂອງທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນ ແຂວງຄຳມ່ວນ, ມີຄະນະກອງບັນຊາການ ປກຊ-​ປກສ ແຂວງ, ພະນັກງານທີ່ກ່ຽວຂອງເຂົ້າຮ່ວມ.

ພັທ ສຸກກະສັນ ພຸດທະວົງ ຮອງຄະນະກຳມະການຍຸຕິທຳ ແຂວງຄຳມ່ວນ ໄດ້ຜ່ານບົດບັນທຶກວ່າດ້ວຍການປະສານງານຮ່ວມ ລະຫວ່າງ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ວ່າ: ເພື່ອເປັນການກຳນົດຫຼັກການ, ລະບຽບການ, ລະບອບແບບແຜນ ແລະ ກົນ ໄກ ກ່ຽວກັບການປະສານງານ ຮ່ວມລະຫວ່າງ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ອຳນວຍຄວາມສະດວກໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງແຕ່ລະພາກສ່ວນ, ການພົວພັນປະສານງານເຊິ່ງກັນແລະກັນ ຮັບປະ ກັນໃນການຈັດຕັ້ງປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນໃຫ້ຖືກຕ້ອງ ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ເຮັດໃຫ້ທັງສອງກຳລັງຮັບຮູ້ ແລະ ເຂົ້າໃຈຫຼັກການປະສານງານຮ່ວມ ໃນການປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ, ປະຕິບັດຕາມລັດຖະ ທຳມະນູນ, ກົດໝາຍ ແລະ ລະບຽບຂອງສອງກຳລັງ.

ໃນພິທີ, ຄະນະປະສານງານທັງສອງຝ່າຍ ໄດ້ເຊັນບົດບັນທຶກ, ໂດຍ ພັອ ຄໍາສາຍ ເພັດນວນສີ ຮອງຫົວໜ້າກອງບັນຊາການທະຫານແຂວງ ແລະ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າ ປກສ ແຂວງ ແລະ ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນ ແຂວງຄຳມ່ວນ,ມີຄະນະກອງບັນຊກາານ ປກຊ – ປກສ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.