ກົມນະໂຍບາຍ ສະຫຼຸບວຽກງານປະຈໍາເດືອນກັນຍາ

0
917

ໃນວັນທີ 23 ຕຸລາ 2020, ກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາເດືອນກັນຍາ, ພ້ອມທັງວາງທິດທາງແຜນການ ປະຈໍາເດືອນຕຸລາ, ໂດຍການເປັນປະທານຂອງ ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ,ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະພັກ-ຄະນະກົມ ແລະ ພະນັກງານນັກຮົບພາຍໃນກົມນະໂຍບາຍເຂົ້າຮ່ວມ.

ພັທ ສີຍາ ຫຼ້າຍານີ ຮອງຫົວໜ້າກົມນະໂຍບາຍ ກ່າວວ່າ:ໃນໄລຍະ ເດືອນຜ່ານມາ,ຄະນະກົມນະໂຍບາຍໄດ້ເອົາ ໃຈໃສ່ສຶກສາອົບຮົບການເມືອງນໍາພາແນວຄິດ ໃຫ້ພະນັກງານນັກຮົບຢູ່ພາຍໃນກົມກອງ ດ້ວຍຫຼາຍຮູບແບບ,ຫຼາຍເນື້ອໃນ,ຫຼາຍວິທີການຕິດພັນກັບການປະຕິບັດວຽກງານວິຊາສະເພາະ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາເປັນເສນາທິການໃຫ້ກົມໃຫຍ່ການເມືອງໃນການຄົ້ນຄວ້າວາງແຜນການ, ວິທີການຈັດ ຕັ້ງປະຕິບັດນະໂຍບາຍໃຫ້ພະນັກງານ-ນັກຮົບ ແລະ ເບິ່ງແຍງດູແລພະນັກງານປະຕິວັດອາວຸໂສບໍານານ. ໃນເດືອນກັນຍາ, ຄຸ້ມຄອງເອກະ ສານຂາເຂົ້າ-ຂາອອກໄດ້ 269 ສະບັບ,ພິມໃບອະນຸມັດສ້າງຄອບຄົວໄດ້ 32 ຄູ່ ສະຫຼຸບປະຈໍາອາທິດໄດ້ 4 ຄັ້ງ,ປະຈໍາເດືອນ1ຄັ້ງ,ໄຕມາດ1 ຄັ້ງ,ຮັບປະຫວັດພະນັກງານບໍານານໃໝ່ ກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນໄດ້ 32 ສະຫາຍ,ຈ່າຍເງິນອຸດໜູນຕ່າງໆໃຫ້ກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນໄດ້ 1.719.179.790 ກີບ, ກວດກາຜ່ານເອກະ ສານເງິນອຸດໜູນຕ່າງໆອ້ອມຂ້າງກະຊວງໄດ້ 54 ຄັ້ງ, ທ້ອງຖິ່ນ 7 ຄັ້ງ, ພິມເອກະສານເງິນອຸດໜູນຕ່າງໆໄດ້ 196 ສະບັບ, ຈັດຂໍ້ມູນເຂົ້າບັດປະກັນສຸຂະພາບໃຫ້ກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນໄດ້ 922 ຟອມ, ຕັດຮູບເຂົ້າບັດປະກັນສຸຂະພາບໃຫ້ກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ໄດ້ 368 ຟອມ.

ທິດທາງແຜນການໃນເດືອນຕຸລານີ້, ຄະນະກົມນະໂຍບາຍຈະສືບຕໍ່ຄຸ້ມຄອງບັນດາເອກະສານຂາເຂົ້າ-ຂາອອກ, ສໍານວນສໍາເນົາ,ວາງແຜນວຽກງານວິຊາສະເພາະປະຈໍາອາທິດ,ເດືອນ,3ເດືອນ,6ເດືອນແລະ1ປີ,ຄົ້ນຄວ້າປະຫວັດນາຍ ແລະ ພົນຕໍາຫຼວດຜູ້ທີ່ຄົບມາດຖານເງື່ອນໄຂສ້າງຄອບຄົວໃໝ່, ຄົ້ນຄວ້າປະກອບເອກະສານໃຫ້ນາຍຕໍາຫຼວດຜູ້ທີ່ຄົບມາດຖານເງື່ອນໄຂພັກການຮັບອຸດໜູນບໍານານຈາກກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນສະເໜີມາ,ຈ່າຍເງິນອຸດໜູນຕ່າງໆພ້ຶມທັງພິມບັດປະກັນສຸຂະພາບໃຫ້ກົມກອງອ້ອມຂ້າງກະຊວງແລະທ້ອງຖິ່ນ.