ເມືອງສາລະວັນ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

0
703

ໃນອາທິດຜ່ານມາ, ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະ 9 ເດືອນປີ 2020, ໂດຍມີທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງສາລະວັນ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ທ່ານ ຈັນສີລອນ ສີສົມບຸນເຈົ້າເມືອງສາລະວັນ, ພ້ອມດ້ວນຫົວໜ້າສອງກອງບັນຊາການປກຊ-ປກສ ແຂວງ ແລະ ພະແນກອ້ອມຂ້າງເມືອງເຂົ້າຮ່ວມ.

ພັທ ຄຳເບັນ ແກ້ວສາຍທອງ ຫົວໜ້າກອງບັນຊາການທະຫານເມືອງສາລະວັນໄດ້ຂຶ້ນຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດວຽກງານຂອງສອງກໍາລັງ ວ່າ:ຕະຫຼອດໄລຍະ 9 ເດືອນຜ່ານມາ ເມືອງສາລະວັນ ໄດ້ສຸມໃສ່ວຽກງານ ປກຊ-ປກສ ໂດຍສອງກອງບັນຊາການໄດ້ຫັນເອົານາຍທະ ຫານ-ນາຍຕໍາຫຼວດລົງເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບການ ເຜີຍແຜ່ຜັນຂະຫຍາຍເນື້ອໃນ 4 ໜ້າທີ່ໃຫຍ່26 ແຜນງານ ແລະ ວຽກງານ 3 ສ້າງທີ່ເປັນຈຸດສຸມຂອງເມືອງເປັນກົກ, ການແຕ່ງຕັ້ງຄະນະກໍາ ມະການແຕ່ລະຂັ້ນກ່ຽວກັບການສ້າງບ້ານປ້ອງກັນຊາດ-ບ້ານປ້ອງກັນຄວາມສະຫງົບໄດ້19ບ້ານ,ກວດກາຄວບຄຸມຕິດຕາມການເຄື່ອນໄຫວ ຂອງພົນລະເມືອງ,ເກັບກໍາສະຖີຕິຄົນພັກເຊົ່າຊົ່ວຄາວ,ພາຫະນະອາຊີບພິເສດ,ການປ້ອງເວນຍາມເຂດຈຸດສຸມ,ເສັ້ນທາງຍຸດທະສາດ ແລະ ບໍລິເວນອື່ນໆ ໃຫ້ມີຄວາມສະ ຫງົບປອດໄພ,ເພີ່ມທະວີວຽກງານຕ້ານສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເມືອງ-ສັ ຄົມ,ຊອກຮູ້ແຫຼ່ງຂ່າວພາຍໃນ-ພາຍນອກ ເພື່ອຕ້ານສະກັດກັ້ນເລ່ລ່ຽມກົນອຸບາຍທຸກຮູບແບບໄດ້ແຕ່ຫົວທີ່. 

ໃນກອງປະຊຸມ,ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ໄດ້ຮູ້ແຈ້ງກ່ຽວກັບເນື້ອໃນຄາດໝາຍ,ໜ້າທີໃຫຍ່ ແລະ ແຜນງານລວມຂອງອົງການຈັດຕັ້ງພັກ-ລັດວາງ ອອກໃຫ້ປະກົດຜົນເປັນຈິງ.