ປກສ ເມືອງໄຊບູລີ ສະຫຼຸບວຽກງານກໍ່ສ້າງຮາກຖານ

0
878

ກອງບັນຊາການ ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານວັນທີ 16 ຕຸລາ ຜ່ານມາ, ໂດຍມີ ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະ ຫວັນນະເຂດ, ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ເປັນປະທານໂດຍ ພັທ ບຸນທອນ ແສງທອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ, ມີຄະນະພະແນກ,ປກສ ກຸ່ມບ້ານ, ນາຍບ້ານ ແລະ ພະນັກງານລົງກໍ່ສ້າງຮາກຖານເຂົ້າຮ່ວມ.

ພັທ ອຸໄທ ບຸນເລີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ ກ່າວວ່າວ: ເມືອງໄຊບູລີ ມີ 54 ບ້ານ, ມີ 730 ໜ່ວຍ,ມີ11.629 ຫຼັງ ຄາເຮືອນ, ມີ 10.947 ຄອບຄົວ,ມີພົນລະເມືອງ 67.835 ຄົນ ຍິງ 34.043 ຄົນ ອາຍຸ 15 ປີ ຂຶ້ນໄປ 48.463 ຄົນ ຍິງ 24.736 ຄົນ,ໃນໄລຍະຜ່ານມາ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ຂີ່ລັກງັດແງະ,ອຸບັດຕິເຫດແລະອື່ນໆ,ວຽກ ງານ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ,ໄດ້ປັບປຸງລະບົບການຈັດຕັ້ງ ປກສ ບ້ານ ໃນຈຳນວນ 9 ບ້ານ,ເກັບກຳຜູ້ປະກອບການວຽກ ງານອາຊີບ-ພາຫະນະພິເສດຢູ່ໃນເຂດກຸ່ມ 1 ມີ: ເຮືອນພັກ 2 ຫຼັງ,ປ້ຳນ້ຳມັນ 3 ແຫ່ງ (ປິດກິດຈະການ 1 ປ້ຳ),ໂຮງງານນ້ຳດື່ມ 1 ແຫ່ງ,ໂຮງງານເພີນີເຈີ້ 1 ແຫ່ງ,ໂຮງງານໄມ້ແປຮູບ 1 ແຫ່ງ,ໂຮງງານປຸ໋ຍ 1 ແຫ່ງ,ຮ້ານສ້ອມແປງໂທລະທັດ 2 ຮ້ານ,ຮ້ານສ້ອມແປງລົດໃຫຍ່ 3 ຮ້ານ, ຮ້ານສ້ອມແປງລົດຈັກ 10 ຮ້ານ,ຮ້ານອັດເອກະສານ 3 ຮ້ານ,ຮ້ານເສີມສວຍ 2 ຮ້ານ ແລະ ຮ້ານຕັດຜົນ1 ຮ້ານ.

ໃນໂອກາດນີ້, ພັທ ຈັນທາ ແສນສຸລິວົງ ເນັ້ນໃຫ້ຄະນະຮັບຜິດຊອບ ສືບຕໍ່ປະຕິບັດວຽກງານສຶກສາອົບຮົມທາງດ້ານການເມືອງແນວຄິດ ເອົາ ໃຈໃສ່ຊີ້ນຳນຳພາວຽກງານວິຊາສະເພາະ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ມີຄວາມສາມັກຄີຢູ່ພາຍໃນ ພ້ອມກັນຮ່ວມຈິດຮ່ວມໃຈຈັດ ຕັ້ງປະຕິບັດຕາມແນວທາງຂອງພັກ-ລັດ,ເຮັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນຕື່ມ.