ໃນອາທິດຜ່ານມາ, ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 9 ເດືອນປີ 2020; ເຂົ້າຮ່ວມໂດຍ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງໆສາລະວັນ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ທ່ານ ຈັນສີລອນ ສີສົມບຸນ ເຈົ້າເມືອງໆ ສາລະວັນ, ມີຫົວໜ້າສອງກອງບັນຊາການ ປກຊ-ປກສ ແຂວງ, ພະແນກອ້ອມຂ້າງເມືອງ, ແຂກຮັບເຊີນເຂົ້າຮ່ວມ.

ພັທ ຄຳເບັນ ແກ້ວສາຍທອງ ຫົວໜ້າກອງບັນຊາການທະຫານເມືອງສາລະວັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສອງກໍາລັງ ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ ເມືອງສາລະວັນ ໄດ້ສຸມໃສ່ວຽກງານ ປກຊ-ປກສ ໂດຍສອງກອງບັນຊາການໄດ້ຫັນເອົານາຍທະຫານ-ນາຍຕໍາຫຼວດ ລົງເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດພັນກັບການເຜີຍແຜ່ຜັນຂະຫຍາຍເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ວຽກງານ 3 ສ້າງ ທີ່ເປັນຈຸດສຸມຂອງເມືອງເປັນກົກ; ການແຕ່ງຕັ້ງຄະນະກໍາມະ ການແຕ່ລະຂັ້ນກ່ຽວກັບການສ້າງບ້ານ ປ້ອງກັນຊາດ-ບ້ານປ້ອງກັນຄວາມສະ ຫງົບ ໄດ້ 19 ບ້ານ, ກວດກາຄວບຄຸມ ຕິດຕາມການເຄື່ອນໄຫວຂອງພົນລະ ເມືອງ, ເກັບກໍາສະຖີຕິຄົນພັກເຊົ່າຊົ່ວ ຄາວ, ພາຫະນະອາຊີບພິເສດ, ການປ້ອງ ເວນຍາມເຂດຈຸດສຸມ, ເສັ້ນທາງຍຸດທະ ສາດ ແລະ ບໍລິເວນອື່ນໆໃຫ້ມີຄວາມສະຫງົບປອດໄພ; ເພີ່ມທະວີວຽກງານ ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ທາງ ດ້ານການເມືອງ-ສັງຄົມ, ຊອກຮູ້ແຫຼ່ງ ຂ່າວພາຍໃນ-ພາຍນອກເພື່ອຕ້ານສະ ກັດກັ້ນເລ່ລ່ຽມກົນອຸບາຍທຸກຮູບແບບໄດ້ແຕ່ຫົວທີ.

ນອກນັ້ນ, ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານໃຫ້ອົງການຈັດຕັ້ງບ້ານ-ປະຊາຊົນ ໄດ້ຮູ້ແຈ້ງກ່ຽວກັບເນື້ອໃນຄາດໝາຍ, ໜ້າທີ່ໃຫຍ່ ແລະ ແຜນງານລວມຂອງອົງການຈັດຕັ້ງພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ.