ພິທີເຊັນບົດບັນທຶກວ່າດ້ວຍການປະສານງານລະຫວ່າງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນ ທີ 21 ຕຸລາ 2020; ໂດຍການເຂົ້າຮ່ວມຂອງ ທ່ານ ອວນມາ ຂັນຕິຍະວົງ ຮອງ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຄະນະກອງບັນຊາການ ປກຊ-ປກສ ແຂວງ, ພະນັກງານທີ່ກ່ຽວຂອງເຂົ້າຮ່ວມ.

ພັທ ສຸກກະສັນ ພຸດທະວົງ ຮອງ ຄະນະກຳມະການຍຸຕິທຳ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານບົດບັນທຶກວ່າດ້ວຍການປະສານງານຮ່ວມລະຫວ່າງ ຄະນະກຳມະ ການຍຸຕິທຳ ແລະ ປກຊ-ປກສ ສະພາ ປະຊາຊົນແຂວງວ່າ: ເພື່ອເປັນການກຳ ນົດຫຼັກການ, ລະບຽບການ, ລະບອບ ແບບແຜນ ແລະ ກົນໄກກ່ຽວກັບການ ປະສານງານຮ່ວມລະຫວ່າງ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະ ພາປະຊາຊົນແຂວງ ອຳນວຍຄວາມສະດວກໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງແຕ່ລະພາກສ່ວນ, ການ ພົວພັນປະສານງານເຊິ່ງກັນແລະກັນ ຮັບ ປະກັນໃນການຈັດຕັ້ງປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະ ພາກສ່ວນໃຫ້ຖືກຕ້ອງສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ເຮັດໃຫ້ທັງ ສອງກຳລັງຮັບຮູ້ ແລະ ເຂົ້າໃຈຫຼັກການ ປະສານງານຮ່ວມໃນການປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕ ເປັນ ໜູ່ຄະນະ, ປະຕິບັດຕາມລັດຖະທຳມະ ນູນ, ກົດໝາຍ ແລະ ລະບຽບຂອງສອງ ກຳລັງເພື່ອເປັນການຮັກສາຄວາມລັບ ຂອງວຽກງານຂອບເຂດການນຳໃຊ້ສິດ ແລະ ໜ້າທີ່ຂອງຄະນະປະສານງານໃນການສ້າງແຜນການເຄື່ອນໄຫວວຽກງານ ແລະ ກົນໄກປະສານງານມີຄວາມເປັນ ເອກະພາບກັນ.

ຈາກນັ້ນ, ຄະນະປະສານງານທັງສອງຝ່າຍ ກໍໄດ້ພ້ອມກັນເຊັນບົດບັນທືກ; ໂດຍມີຕາງໜ້າ ພັອ ຄໍາສາຍ ເພັດນວນສີ ຮອງຫົວໜ້າກອງບັນຊາການທະຫານແຂວງ ແລະ ພັທ ສຸວັດ ເທບ ສົມບັດ ຮອງຫົວໜ້າ ປກສ ແຂວງ; ໂດຍມີ ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາຄະນະກອງບັນຊກາານ ປກຊ -ປກສ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.