ປກສ ແຂວງອັດຕະປື ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ

0
1256

ວັນທີ 23 ຕຸລາ ຜ່ານມາ, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳເລັດການດຳເນີນກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ເຜີຍແຜ່ໂດຍ ສະຫາຍ ພົຈວ ສົມວັນ ສາຍລ້ອງພາ ຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ, ມີສະຫາຍ ພັອ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ເລຂາຄະນະ ພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ,ຄະນະກອງບັນຊາການ,ປກສ 5 ຕົວເມືອງ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງອັດຕະປືເຂົ້າຮ່ວມ.

ສະຫາຍ ພົຈວ ສົມວັນ ສາຍລ້ອງພາ ໄດ້ເຜີຍແຜ່ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 160/ຄລສພ, ລົງວັນທີ 24 ກັນຍາ2020 ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ;ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ.

ນອກນັ້ນ, ສະຫາຍ ຍັງໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ9 ກັນຍາ 2020 ທີ່ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ໃນກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະພາບຮັບຮອງເອົາບົດລາຍ ງານການເມືອງທັງສອງພາກ ເປັນຕົ້ນ ແມ່ນບັນດາຜົນງານດ້ານດີທີ່ຕັ້ງໜ້າ ແລະ ດ້ານອ່ອນທີ່ເປັນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການເຄື່ອນໄຫວໃນ 5 ປີຕໍ່ໜ້າ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.