ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ ປີ (2 ທັນວາ 1975-2 ທັນວາ 2020) ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2020 ທີ່ຫໍປະຊຸມແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາການນຳຂັ້ນສູງຂອງພັກ-ລັດ, ອະດີດການນຳຂັ້ນສູງຂອງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາຄະນະປະຈຳສະພາແຫ່ງຊາດ, ການນຳຂອງບັນດາກະຊວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະມາຊິກສະພາແຫ່ງຊາດ ແລະ ອະດີດສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວບົດສູນທອນພົດ ວ່າ:

ການສ້າງຕັ້ງສະພາປະຊາຊົນສູງສຸດ (ສະພາແຫ່ງຊາດ ໃນປັດຈຸບັນ), ກ່ອນໜ້ານີ້ 45 ປີນັ້ນ ຖືເປັນໝາກຜົນໂດຍກົງແຫ່ງໄຊຊະນະອັນສົມບູນຂອງການປະຕິວັດລາວ ທີ່ຍືດເຍື້ອຍາວນານ, ລະອິດລະອ້ຽວ, ຫຍຸ້ງຍາກສັບສົນ ແລະ ເຕັມໄປດ້ວຍການເສຍສະລະບໍ່ຈັກເທົ່າໃດຂອງປະຊາຊົນລາວບັນດາເຜົ່າ.

ມັນແມ່ນເຫດການສໍາຄັນທາງການເມືອງ ທີ່ເປັນບາດລ້ຽວປະຫວັດສາດຂອງຊາດລາວເຮົາ ທີ່ໄດ້ສ້າງຕັ້ງອົງການອໍານາດລັດທໍາອິດ ທີ່ເປັນຕົວແທນແຫ່ງສິດ, ເປັນເຈົ້າ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວຢ່າງແທ້ຈິງ ພາຍໃຕ້ລັດປະຊາທິປະໄຕ ປະຊາຊົນ ທີ່ໜຸ່ມແໜ້ນ ເກີດຂຶ້ນໃນປະຫວັດສາດຂອງໂລກຍຸກໃໝ່.

ຕະຫຼອດໄລຍະ 45 ປີຜ່ານມາ, ເຖິງວ່າສະພາບການຢູ່ພາຍໃນ, ພາກພື້ນ ແລະ ສາກົນ ຜັນແປໄປແນວໃດ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍທົດສອບນາໆປະການ ແຕ່ສະພາປະຊາຊົນສູງສຸດໃນເມື່ອກ່ອນ ກໍຄື ສະພາແຫ່ງຊາດໃນປັດຈຸບັນ ຍາມໃດກໍຍຶດໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ປ່ຽມລົ້ນໄປດ້ວຍມານະຈິດປະຕິວັດແຫ່ງທາດແທ້ຂອງອົງການອຳນາດລັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກເຮົາ ຢ່າງສະເໝີຕົ້ນສະເໝີປາຍ.

ໃນພິທີ ໄດ້ປະດັບຫຼຽນຄຳແຫ່ງຊາດ ແລະ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ແກ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຊີ້ນຳ-ນຳພາເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ຕະຫຼອດໄລຍະຜ່ານມາ.

ພ້ອມນັ້ນ, ຍັງໄດ້ມອບຫຼຽນກາລະນຶກສະມາຊິກສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 45 ປີ ສະພາແຫ່ງຊາດ ໃຫ້ບັນດາການນຳຂັ້ນສູງ ແລະ ອະດີດສະມາຊິກສະພາແຫ່ງຊາດ ຈຳນວນ 7 ທ່ານ.

ໃນຕອນເຊົ້າຂອງວັນດຽວກັນ, ການນຳຂັ້ນສູງ ນຳພາໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະປະຈຳສະພາ ແລະ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນວາງພວງມາລາຕໍ່ໜ້າ ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງດວງວິຍານນັກຮົບປະຕິວັດ ທີ່ເສຍສະລະຊີວິດເພື່ອປະເທດຊາດ ແລະ ເປັນການສະແດງຄວາມໄຫວ້ອາໄລຮັກເຖິງດວງວິນຍານຂອງບັນດາສະຫາຍການນໍາພັກ-ລັດຂອງ ສປປ ລາວ ໃນເມື່ອກ່ອນ ພ້ອມທັງເປັນການຈົດຈໍາຜົນງານຄຸນງາມຄວາມດີຢ່າງບໍ່ມີຂອບເຂດຂອງພະນັກງານ-ນັກຮົບ ເນື່ອງໃນ ວັນສ້າງຕັ້ງ ສະພາແຫ່ງຊາດ ຄົບຮອບ 45 ປີ