ບັນຈຸກຳລັງຫຼາຍຮ້ອຍ ອຳນວຍຄວາມສະດວກການສັນຈອນບຸນພຣະທາດຫຼວງ

0
664

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ບັນຈຸກຳລັງ 300 ກວ່າສະຫາຍ ເຂົ້າຈຸດປ້ອງກັນງານບຸນພຣະທາດຫຼວງ ປະຈໍາປີ 2020 ໃນລະຫວ່າງວັນທີ 29-31 ຕຸລາ ນີ້ ເພື່ອອຳນວຍຄວາມສະດວກ ແລະ ແກ້ໄຂບັນຫາຈະລາຈອນແອອັດຢູ່ບັນດາເສັ້ນທາງຕ່າງໆ.

ພັທ ທອງສະຫວັນ ນາມວົງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມຜ່ານແຜນປ້ອງກັນງານບຸນພຣະທາດຫຼວງວຽງຈັນ ໃນວັນທີ 26 ຕຸລານີ້ ວ່າ:ງານບຸນພຣະທາດຫຼວງປີນີ້ ຄາດວ່າສະພາບການສັນຈອນຈະມີຄວາມແອອັດ,ຊັບສົນຢູ່ບາງ ເສັ້ນທາງ ເປັນຕົ້ນແມ່ນ: ເສັ້ນທາງໜອງບອນ,ຖະໜົນທາດຫຼວງ, ກໍາແພງເມືອງ,ຖະໜົນໄກສອນ,ໂພນໄຊ, 23 ສິງຫາແລະອື່ນໆ.

ເພື່ອອຳນວຍຄວາມສະດວກໃຫ້ແກ້ຜູ້ໃຊ້ລົດ-ໃຊ້ຖະໜົນໃນໄລຍະງານດັ່ງກ່າວ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ໄດ້ສົມທົບກັບຈະລາຈອນ 9 ເມືອງລົງປະຈໍາຢູ່ 68 ຈຸດປ້ອງກັນ;ໃນນີ້, ລວມມີວົງໃນ 47 ຈຸດ ແລະ ວົງນອກ 21 ຈຸດ ລວມຈໍານວນພົນທັງໝົດ 336 ສະຫາຍທີ່ປະຈໍາຢູ່ຕາມງານບຸນ ແລະ ສາຍທາງຕ່າງໆ ເພື່ອເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ຂັບຂີ່ ແລະ ນັກທ່ອງທ່ຽວ ທີ່ມາທ່ຽວຊົມງານບຸນ ໃຫ້ສາມາດສັນຈອນໄປ-ມາໄດ້ຍ່າງສະດວກໃນໄລຍະບຸນດັ່ງກ່າວ.

ໂອກາດດຽວກັນ, ພັທ ສຸລິວັນ ລາດສະວົງ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ກໍໄດ້ເນັ້ນໃຫ້ກຳລັງຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ທີ່ລົງປະຕິບັດໜ້າທີ່ ຈົ່ງເອົາ ໃຈໃສ່ໃນການລະບາຍການສັນຈອນໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ,ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມເສັ້ນທາງ ເພື່ອຮັບປະກັນໃຫ້ການສັນຈອນໃນໄລຍະງານດັ່ງກ່າວ ມີຄວາມສະດວກໃນການສັນຈອນ; ນອກນີ້, ຕ້ອງມີການຄວບຄຸມບໍ່ໃຫ້ນັກຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະນະ, ຄວບຄຸມບໍ່ໃຫ້ນັກຂັບຂີ່ໃຊ້ຄວາມໄວເກີນກໍານົດ ໂດຍມີການຕັ້ງດ່ານກວດກາກັນຍ່າງຄັກແນ່ໃນແຕ່ລະວັນ ເພື່ອເຮັດສະກັດກັ້ນການເກີດອຸບັດຕິເຫດຕາມທ້ອງຖະໜົນ.