ພົຕ ກົງທອງ ພົງວິຈິດ ລົງຊີ້ນຳວຽກງານທີ່ປກສ ແຂວງສະຫວັນນະເຂດ

0
1341

ວັນທີ 22 ຕຸລາ ຜ່ານມາ, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ທີ່ກອງ ບັນຊາການ ປກສ ແຂວງສະຫວັນນະເຂດ,ໂດຍການຕ້ອນຮັບຂອງພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນ ນະເຂດ,ມີຄະນະພັກກອງບັນຊາການ,ຫົວໜ້າຫ້ອງ,ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ:  ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານປ້ອງກັນຄວາມສະຫງົບຮອບດ້ານ ເປັນຕົ້ນແມ່ນການຮັກສາຄວາມສະຫງົບທາງດ້ານການເມືອງ,ແກ້ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ,ບັນຫາຊາຍແດນ,ບັນຫາສາສະໜາແລະອື່ນໆ.ໃນໄລຍະ5 ປີຜ່ານມາ ປກສ ແຂວງ ສາມາດມ້າງຄະດີໄດ້ທັງໝົດ 2.161 ເລື່ອງ, ກັກຜູ້ຖືກຫາ 3.048 ຄົນ, ແກ້ໄຂໄດ້ 1.785 ເລື່ອງ, ຜູ້ຖືກຫາ 2.459 ຄົນ,ຍິງ 327 ຄົນ ແລະ ຍັງຄ້າງດຳເນີນໃນປັດຈຸບັນ 375 ເລື່ອງ, ມີຜູ້ຖືກຫາ 589 ຄົນ, ຍິງ 62 ຄົນ. ຈາກນັ້ນ; ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນປະກອບຄຳຄິດຄຳເຫັນ ທາງດ້ານວຽກງານວິຊາສະເພາະຢ່າງກົງໄປ ກົງ ມາແລະເລິກເຊິ່ງ, ສະເພາະແມ່ນວຽກງານດ້ານກໍາລັງ ປກສ ກຸ່ມບ້ານ,ວຽກງານນະໂຍບາຍ,ວຽກງານພະລາທິການ .    

ໃນໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ພະນັກງານ-ນັກຮົບເອົາໃຈໃສ່ ກະກຽມປ້ອງກັນກອງປະຊຸມໃຫຍ່ຂອງພັກ-ຂອງຊາດທີ່ຈະໄຂຂຶ້ນໃນມໍ່ໆນີ້,ໂດຍສະເພາະ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສະຫວັນນະຂດ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ,ວັນສະ ຖາປະນາ ສປປ ລາວ ຄົບຮອບ 45 ປີ, ຕິດພັນກັບການກະກຽມໃຫ້ແກ່ການສະເຫຼີມສະຫຼອງ60ປີ ວັນສ້າງຕັ້ງກຳລັງ ແລະ ສືບຕໍ່ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງນຳພາ-ແນວຄິດ,ການຝຶກຝົນຫຼໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ພະນັກ ງານນັກຮົບຢ່າງເປັນປົກກະຕິ, ພ້ອມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ, ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍລົງເລື້ອຍໆ.