ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ເອກອັກຄະລັດຖະທູດ ອົດສະຕຣາລີ ແລະ ກຳປູເຈຍ ຜູ້ໃໝ່

0
638

ວັນທີ 26 ຕຸລາ ນີ້, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາໜ້າທີ່ຂອງທ່ານ ເຈນ-ເບີໜາດ ຄາລາໂຊ ເອກອັກຄະລັດຖະທູດຜູ້ມີ ອໍານາດເຕັມຂອງອົດສະຕາລີ ປະຈໍາ ສປປ ລາວ ແລະ ການເຂົ້າຢ້ຽມຂ່ຳນັບຂອງ ນາງ ທອງ ໂສກູນເທບຣີ ເອກອັກຄະຣາຊະທູດ ຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກ ກຳປູເຈຍ ປະຈຳສປປ ລາວ ຄົນໃໝ່.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້,ທ່ານ ເຈນ-ເບີໜາດ ຄາລາໂຊ ໄດ້ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ເຊິ່ງເປັນສາຍພົວພັນຂອງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ອົດສະຕຣາລີ ແລະ ສປປ ລາວ ແມ່ນໄດ້ມີສາຍພົວພັນອັນແໜ້ນແຟ້ນ ແລະ ຮ່ວມມືກັນຫຼາຍດ້ານ ເປັນຕົ້ນ ວຽກງານປາບ ປາມ ແລະ ຄວບຄຸ້ມຢາເສບຕິດ, ວຽກງານການຮ່ວມມືແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ແລະອື່ນໆ ໂດຍສະເພາະແມ່ນ ວຽກງານກວດຄົນເຂົ້າ-ອອກເມືອງ ເຊິ່ງມີຄວາມຫ້າວຫັນ ແລະ ເຂັ້ມແຂງຫຼາຍ ເຊິ່ງໄລຍະການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອໜ້ອຍ ແລະ ປອດໄພຈາກພະຍາດດັ່ງກ່າວ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານຂອງການປະຕິ ບັດວຽກງານ ຂອງທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມຂອງອົດສະຕຣາລີ ປະຈໍາ ສປປ ລາວ ທີ່ໄດ້ປະຕິບັດໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານ ເຊັ່ນ:ການຊ່ວຍເຫຼືອ ແລະຮ່ວມມືກັນທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດອົດສະຕຣາລີ-ລາວ , ລາວ-ອົດສະຕຣາລີ ແລະ ອວຍພອນໄຊມາຍັງທ່ານເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ,ມີຄວາມຜາສຸກໃນຊີວິດສ່ວນຕົວ,ຄອບ ຄົວ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍອັນໃໝ່ທີ່ມີກຽດອັນສະຫງ່າຂອງສະຫາຍໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ.

ໃນວັນດຽວກັນນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກໍໄດ້ໃຫ້ການຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານ ນາງ ທອງ ໂສກູນເທບຣີ ເນື່ອງໃນໂອກາດທີ່ທ່ານມາຮັບຕໍາແໜງເປັນເອກອັກຄະຣາຊະທູດ ຜູ້ມີອໍານາດເຕັມແຫ່ງຣາຊາອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ຜູ້ໃໝ່.

ການເຂົ້າຢ້ຽມທັງສອງຝ່າຍ,ກໍໄດ້ລາຍງານສະພາບການປະຕິບັດໜ້າທີ່ວຽກງານຂອງສອງປະເທດ ໂດຍສະເພາະ ວຽກງານປ້ອງກັນຄວາມສະ ຫງົບເຊິ່ງທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ ຕໍ່ກັບການຈັດຕັ້ງປະຕິບັດວຽກງານສະກັດກັ້ນແກ້ ໄຂປະກົດການຫຍໍ້ຕາມຊາຍແດນ ເຊັ່ນ:ການລັກລອບຄ້າຂາຍຢາເສດຕິດ,ລັກລອບເຂົ້າ-ອອກເມືອງຜິດກົດໝາຍ,ການຄ້າຂາຍເຖື້ອນ,ຄ້າມະ ນຸດ ແລະ ສິ່ງຜິດກົດໝາຍອື່ນໆ ແລະ ຍັງຈະໄດ້ສືບຕໍ່ຮ່ວມມືກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ຫຼຸດລົງເທື່ອລະກ້າວ.