ດ່ວນ.!!! ປກສ ເມືອງໄຊທານີ ປະກາດຫາເຈົ້າຂອງລົດ 14 ຄັນ

0
1490

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕິດຕາມເກັບກູ້ເຄື່ອງຂອງກາງຄະດີ ປະເພດລົດ ຄືນມາໄດ້ ຈໍານວນ 14 ຄັນ.ໃນນີ້, ລົດໃຫຍ່ 1 ຄັນ. ຜ່ານການກວດກາເລກຈັກ-ເລກຖັງ ນໍາກອງຄຸ້ມຄອງພາຫະນະ ແລະ ການຂັບພົບລາຍຊື່ເຈົ້າຂອງລົດຈັກ ຈໍານວນ 9 ຄັນ ແລະ ບໍ່ຮູ້ຊື່ 5 ຄັນ.ໃນນີ້, ລົດໃຫຍ່ 1 ຄັນ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງປະກາດຫາເຈົ້າຂອງລົດຈຳນວນດັ່ງກ່າວ ໃຫ້ນຳເອກະສານທີ່ກ່ຽວຂ້ອງກັບລົດ ມາພົວພັນລົດໄດ້ທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນໂມງລັດຖະການ,ຖ້າກາຍກໍານົດ 3 ເດືອນແມ່ນສະຫຼະສິດ ຢຶດເປັນຊັບສິນຂອງລັດ.

ລົດຈໍານວນ 9 ຄັນ ທີ່ຮູ້ຊື່ເຈົ້າຂອງລົດປະກອບມີ:1. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HA 15E 2241966 ອອກຊື່ ທ້າວ ພູວັນ ຢູ່ບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ.

2. ລົດຈັກເວບ 100 ສີແດງ ບໍ່ມີປ້າຍທະບຽນ-ເລກຈັກ NF100E 8123222 ອອກຊື່ ນາງ ວິໄລພອນ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 3. ລົດຈັກເວບ 100 ສີປອນ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF100E 826949 ອອກຊື່ ນາງ ວຽງໄຊ ຈຸລາວົງ ຢູ່ບ້ານທົ່ງສ້າງນາງ ໜ່ວຍ 20 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

 4. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF100E 8169950 ອອກຊື່ ທ້າວ ສີປະເສີດ ຢູ່ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ.

 5. ລົດຈັກຮາວຊິງ ສີແດງ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HB10041 ອອກຊື່ ນາງ ແອນ້ອຍ ຢູ່ບ້ານທ່າງ່ອນ ໜ່ວຍ 30 ເມືອງໄຊທານີ ນະຄອນຫຼວງວຽງຈັນ.

6. ລົດຈັກເວບ 100 ສີຂຽວ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ NF 100E 8262748 ອອກຊື່ ນາງ ອິນທະວິໄລ ອຸດົມ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

 7. ລົດຈັກຄິຼກໄອ ສີດໍາ ບໍ່ມີປ້າຍທະບຽນ-ເລກຈັກ JF370E 20186692 ອອກຊື່ ທ້າວ ວຽງທອງ ກິ່ງແກ້ວອຸດົມ ຢູ່ບ້ານໜອງທາໃຕ້ ໜ່ວຍ 30 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

8. ລັດຈັກໂຄລາວ ສີຂາວ ບໍ່ມີປ້າຍທະບຽນ-ເລກຈັກ KL100A0566113 ອອກຊື່ ນາງ ຫັດສະດອນ ຢູ່ບ້ານໂຊກອໍານວຍ ເມືອງປາກເຊ ແຂວງຈໍາປາສັກ.

9. ລົດຈັກສະແມັດ ສີຟ້າ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ BE4DX404529 ອອກຊື່ ທ້າວ ສຸວັນນີ ສີຫຼວງລາດ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ສ່ວນລົດທີ່ຍັງບໍ່ຮູ້ຊື່ ເຈົ້າຂອງລົດລະອຽດ ມີ 4  ຄັນຄື:

1. ລົດຈັກເວບ100 ສີແດງ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ HA15E 2122352.

 2. ລົດຈັກເວບຈີນ ສີແດງ ບໍ່ມີປ້າຍທະບຽນ-ເລກຈັກ 0500342.

3. ລົດຈັກເວບຈີນ ສີຟ້າ-ດໍາ ບໍ່ມີປ້າຍທະບຽນ-ເລກຈັກ PS68884.

4.ລົດຈັກມິໂອ ສີຂຽວ ບໍ່ມີປ້າຍທະບຽນ-ເລກຈັກ 273172.

5. ລົດເກັງ ຍີ່ຫໍ້ KAI ສີຂາວ ບໍ່ມີປ້າຍທະບຽນ-ເລກຈັກ G4FCH 1047216  ແລະ ເລກຖັງ FLJDGAA2CXH 0504476; ເຊິ່ງຈໍານວນແມ່ນບໍ່ຮູ້ເຈົ້າຂອງລົດ.

ດັ່ງນັ້ນ, ກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງໄດ້ອອກແຈ້ງການຫາພວກກ່ຽວເພື່ອນໍາເອົາເອກະສານທີ່ກ່ຽວຂ້ອງກັບລົດຄັນດັ່ງກ່າວເຂົ້າໄປພົວພັນເອົາລົດນໍາໜ່ວຍງານຄົ້ນຄວ້າສັງລວມພະແນກຕໍາຫຼວດ ປກສ ເມືອງໄຊທານີ ພາຍໃນກໍານົດເວລາ 90 ວັນ ເລີ່ມແຕ່ວັນ 27 ຕຸລາ 2020 ເປັນຕົ້ນໄປຖ້າຫາກກາຍກໍານົດເວລາບໍ່ເຫັນເຂົ້າມາພົວພັນເອົາແມ່ນຈະສະຫຼະສິດ.