ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຄຳມ່ວນ, ໄດ້ເຜີຍແຜ່ສິນລະທຳໃຫ້ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ເພື່ອສຶກສາອົບຮົມໃຫ້ເຂົາເຈົ້າມີແນວຄິດກັບຕົວກັບໃຈກາຍເປັນຄົນທີ່ດີຂອງພໍ່ແມ່ ແລະ ຄົນທີ່ດີຂອງສັງຄົມ ໃນວັນ ທີ 22 ຕຸລາ 2020; ເຜີຍແຜ່ໂດຍພຣະ ອາຈານ ວັນເພັນ ໄຊຍະສອນ ຮອງອົງການພຸດທະສາສະໜາ ແຂວງຄຳມ່ວນ ພ້ອມດ້ວຍຄະນະ; ທ່ານ ພຸດທະວົງ ພົນອາສາ ຮອງປະທານແນວລາວສ້າງຊາດແຂວງ, ມີ ພັທ ວໍລະຈິດ ດວງລາ ຕີ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ແລະ ບັນດານັກໂທດ, ຜູ້ຖືກ ຫາ ແລະ ຜູ້ຖືກດັດສ້າງ ເຂົ້າຮ່ວມ.

ພຣະອາຈານ ວັນເພັນ ໄຊຍະສອນ ໄດ້ບັນລະຍາຍເຜີຍແຜ່ຫຼັກທຳຄຳສັ່ງສອນຂອງພຸດທະສາສະໜາໃຫ້ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ພາຍໃນຄ້າຍຄຸມຂັງດັດສ້າງ ປກສ ແຂວງ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າ ໃຈໃນຫຼັກສິນທຳຄຳສອນຂອງອົງສົມເດັດພະສຳມາສຳພຸດທະເຈົ້າ; ຮູ້ຈັກບາບບຸນຄຸນໂທດ, ຮູ້ຈັກສິນລະທຳ, ການເຄົາລົບນົບໄຫວ້, ອ່ອນນ້ອມຖອມຕົນ, ມີສະຕີຫຼັກໝັ້ນ, ຮູ້ກິນແໜງແທງໃຈຕໍ່ ການກະທຳຜິດຂອງຕົນໃນໄລຍະຜ່ານມາ ແລະ ເມື່ອພົ້ນໂທດອອກໄປກໍໃຫ້ຮູ້ຈັກແບບແຜນວິທີການດຳລົງຊິວິດທີ່ຖືກຕ້ອງຢູ່ໃນສັງຄົມ, ຢ່າງຖືກຕ້ອງຕາມລະບຽບກົດໝາຍ, ກັບຕົວກັບໃຈກາຍເປັນ ຄົນທີ່ດີຂອງພໍ່-ແມ່ ແລະ ຄົນທີ່ດີຂອງສັງຄົມ.

ນອກຈາກນັ້ນ, ທາງອົງການພຸດທະສາສະໜາ ແຂວງຄຳມ່ວນ ຍັງໄດ້ມອບພັດລົມ ຈຳນວນ 3 ໜ່ວຍ ໃຫ້ກັບຄ້າຍຄຸມຂັງດັດສ້າງ ປກສ ແຂວງ ເພື່ອນຳໄປໃຊ້ໃຫ້ເກີດປະໂຫຍດແກ່ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ; ຕາງໜ້າມອບໂດຍ ພຣະອາຈານ ວັນເພັນ ໄຊຍະສອນ ແລະ ກ່າວຮັບໂດຍ ພັທ ວໍລະຈິດ ດວງລາຕີ ພ້ອມດ້ວຍຄະນະ.