ອົງການຜູ້ຕາງໜ້າກະຊວງປກສ ລາວ ປະຈຳ ສສ ຫວຽດ ນາມເຂົ້າຮ່ວມພິທີສະຫຼຸບການສຶກສາຂອງກຳລັງຕຳຫຼວດລາວ ຢູ່ 2 ວິທະຍາຄານ

0
1049

ໃນວັນທີ  24-25 ຕຸລາ 2020, ຢູ່ວິທະຍາຄານການເມືອງຕຳຫຼວດປະຊາຊົນ ແລະ ວິທະຍາຄານຕຳ ຫຼວດປະຊາຊົນ ສສ ຫວຽດນາມ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການສຶກສາຂອງນັກສຶກສາກຳລັງປ້ອງກັນຄວາມສະຫງົບສປປລາວ ປະຈຳສົກຮຽນປີ 2019 – 2020ແລະວາງທິດທາງແຜນການໃນຕໍ່ໜ້າ ພ້ອມທັງປະກາດການແຕ່ງຕັ້ງຄະນະຮັບຜິດຊອບນັກສຶກສາຊຸດໃໝ່.

ກອງປະຊຸມດັ່ງກ່າວເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ພັອ ໄພວັນ ສິດທິຈັນ ຄະນະພັກຮາກຖານສະຖານທູດ, ຫົວໜ້າອົງ ການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ, ມີບັນດາຄະນະພັກອົງການຜູ້ຕາງໜ້າ, ຄະນະນັກສຶກສາ ຕະ ຫຼອດຮອດນັກສຶກສາກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ທັງສອງວິທະຍາຄານເຂົ້າຮ່ວມ.

ໃນກອງປະຊຸມ,ຫົວໜ້ານັກສຶກສາກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ວິທະຍາຄານການເມືອງຕຳ ຫຼວດປະຊາຊົນ ແລະ ວິທະຍາຄານຕຳຫຼວດປະຊາຊົນ ສສ ຫວຽດນາມ ໄດ້ຂຶ້ນຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານສຶກສາ ໃນສົກຮຽນປີ 2019 – 2020 ແລະ ວາງທິດ ທາງແຜນການໃນຕໍ່ໜ້າໂດຍໄດ້ຍົກໃຫ້ເຫັນດ້ານດີແລະດ້ານອ່ອນຄົງຄ້າງໃນການເຄື່ອນໄຫວຂອງນັກສຶກສາເປັນຕົ້ນແມ່ນດ້ານການສຶກສາຕະຫຼອດໄລຍະສົກຮຽນ 2019-2020.ນອກນັ້ນ, ໃນກອງປະຊຸມພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງ ກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະ ບັບເລກທີ 1442/ກມປສ, ລົງວັນທີ 21 ເມສາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບນັກສຶກສາກຳລັງປ້ອງກັນຄວາມສະຫງົບສປປລາວຊຸດໃໝ່ຂອງທັງສອງວິທະຍາຄານ.

ໃນໂອກາດນີ້, ພັອ ໄພວັນ ສິດທິຈັນ  ໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ, ພາກພື້ນ ແລະ ສະພາບ ການຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ຍັງໄດ້ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຄະນະຮັບຜີດຊອບນັກສຶກສາຊຸດໃໝ່ຈົ່ງຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ,ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ນັກສຶກສາທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງ ແລະຍົກສູງຄຸນນະພາບໃນການຄຸ້ມຄອງ, ຕິດຕາມ, ກວດກາ, ຊີ້ນຳ-ນຳພາ ແລະ ຊຸກຍູ້ນັກສຶກສາທຸກຮຸ້ນໃຫ້ມີຄວາມບຸກບືນຫ້າວຫັນຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ຝຶກຝົນຫຼໍ່ຕົນເອງ,​ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນ ກໍຄືກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນປະຕິບັດບັນດາຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດຂອງກະຊວງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ.