ວັນທີ 26 ຕຸລາ 2020, ວິທະຍາຄານກົມມະດໍາ ໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຮຽນຈົບຈາກສາຍລັດ ແລະ ເລື່ອນທຽບຊັ້ນໂດຍຈັດຂຶ້ນທີ່ຫ້ອງປະຊຸມວິທະຍາຄານກົມມະດໍາ ພາຍໃຕ້ການເປັນປະທານຂອງ ພັທ ບຸນມີ ແກ້ວດວງດີ ຫົວໜ້າຫ້ອງການວິທະຍາຄານກົມມະດໍາ ມີພະແນກການ, ກອງພັນຕະຫຼອດຮອດບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.

ພັທ ອໍາພອນ ສີໂສພົດ ຫົວໜ້າພະແນກພະນັກງານວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບທຽບຊັ້ນໃຫ້ພະນັກງານ -ນັກຮົບ ທີ່ຮຽນຈົບຈາກສາຍລັດ ແລະ ເລື່ອນທຽບຊັ້ນ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ ) ພາກທີ II ໝວດທີ 3 ມາດຕາ 19, 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບທຽບຊັ້ນໃຫ້ນາຍທະຫານ. ໃນນີ້, ຈົບປະລິນຍາຕີ ປະດັບທຽບຊັ້ນ ຮ້ອຍໂທ ຈໍານວນ 10 ສະຫາຍ, ຊັ້ນສູງ ປະດັບທຽບຊັ້ນຮ້ອຍໂທ ຈໍານວນ 5 ສະຫາຍ, ຊັ້ນກາງ ປະດັບທຽບຊັ້ນ ຮ້ອຍຕີ 3 ສະຫາຍ, ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 12 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ພັທ ບຸນມີ ແກ້ວດວງດີ ຍັງໄດ້ໂອລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານຜູ້ທີ່ໄດ້ຮັບຊັ້ນໃໝ່ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ບັນດາສະຫາຍຍາດມາໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ສຶບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ ເພີ່ມທະວີຄວາມສາມັກຄີ, ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ, ມີຄຸນທາດການເມືອງໜັກແໜ້ນ ປະຕິບັດໃຫ້ຖືກຕ້ອງຕາມກົດຫມາຍ ກໍຄືລະບຽບ ຂອງກອງທັບວາງອອກຢ່າງເຂັ້ມງວດ ຍົກສູງຄວາມຮັບຜິດຊອບຕໍ່ວຽກງານ ວິຊາສະເພາະທີ່ບັນດາສະຫາຍໄດ້ຮຽນມາ ແລະ ນໍາໃຊ້ຄວາມຮູ້ ຄວາມສາມາດເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ.