ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ເປີດຂຶ້ນຢ່າງເປັນທາງການ

0
1376

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 27 ຕຸລາ ທີ່ຫ້ອງປະ ຊຸມຂອງສະພາແຫ່ງຊາດ (ຫຼັກ 6) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະ ພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ອະດີດການນຳຂັ້ນສູງ, ສະມາຊິກສະ ພາແຫ່ງຊາດທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດກ່າວສູນທອນພົດເປີດກອງປະຊຸມ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:1. ພິຈາລະນາຮັບ ຮອງບົດລາຍງານ ກ່ຽວກັບສະ ພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການ ປີ 2021; 2. ພິຈາລະ ນາຮັບຮອງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021; 3. ພິຈາລະນາຮັບຮອງບົດລາຍງານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ; 4. ພິຈາລະນາຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021, ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019; 5. ພິຈາລະນາຮັບຮອງບົດລາຍງານ ຂອງອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາຕາມຜົນການກວດສອບສົກປີ ແລະ ການແກ້ໄຂຜົນການກວດສອບຕາມຜົນການກວດສອບ.

6. ພິຈາລະນາປະກອບຄໍາເຫັນຕໍ່ບົດລາຍງານຜົນການຕິດຕາມກວດກາ ການຈັດ ຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງການບໍລິ ການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ; 7. ພິຈາລະນາຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021; 8. ພິຈາລະນາຮັບ ຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020),ການເຄື່ອນໄຫວ ວຽກງານປະຈໍາປີ 2020 ແລະ ຄາດຄະເນແຜນການ ປະຈຳປີ 2021; 9. ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ; 10. ພິຈາລະນາຮັບຮອງກົດໝາຍ ຈໍານວນ5 ສະບັບ.ໃນນັ້ນ,ມີຮ່າງກົດໝາຍສ້າງໃໝ່ 4 ສະ ບັບ ຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ,ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ, ກົດ ໝາຍວ່າດ້ວຍການສຶກສາຊັ້ນສູງ. ຮ່າງກົດໝາຍສະບັບປັບປຸງ 1ສະບັບ ຄື: ກົດ ໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ; 11. ພິຈາລະນາຮັບຮອງເອົາບັນຫາສໍາຄັນຈໍານວນໜຶ່ງ.

ກອງປະຊຸມ, ຍັງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ແລະ ຂອງສະພາແຫ່ງຊາດ ທີ່ນຳມາທາບ ທາມໃນກອງປະຊຸມຄັ້ງນີ້ ມີຄື:1. ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2016–2020), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2021–2025); 2. ຮ່າງທິດທາງແຜນການເຄື່ອນໄຫວຽກງານ 5 ປີ ຕໍ່ໜ້າ (2021–2025) ຂອງສະພາແຫ່ງຊາດຊຸດທີ IX.

ໃນກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຍັງໄດ້ຮຽກຮ້ອງມາຍັງບັນດາອົງການລັດກ່ຽວຂ້ອງ ຈົ່ງເຊີດຊູຄວາມຮັບຜິດຊອບສະໜອງຂໍ້ ມູນຂ່າວສານ ແລະໃຫ້ການຮ່ວມມືຊີ້ແຈງອະທິບາຍ ຕໍ່ບັນດາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ຄົບຖ້ວນຊັດເຈນ,ທັນຕາມກໍານົດເວລາ ແລະຮຽກຮ້ອງມາຍັງບັນດາສະມາຊິກສະພາແຫ່ງຊາດ ຈົ່ງຍົກສູງຄວາມຮັບຜິດຊອບ,ສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບ ຄໍາເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມຂອງແຕ່ລະເນື້ອໃນທີ່ນຳມາພິຈາລະນາໃຫ້ບັນລຸຕາມແຜນທີ່ວາງໄວ້; ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄດ້ດໍາເນີນ ແຕ່ວັນທີ 27 ຕຸລາ – 17 ພະຈິກ 2020.