ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຈຳປາສັກ

0
1013

ວັນທີ 24 ຕຸລາ ຜ່ານມາ, ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງຈຳປາສັກ,ໂດຍມີ ທ່ານມະໄລທອງ ກົມມະສິດ ຮອງເຈົ້າແຂວງຈຳປາສັກ,ພ້ອມດ້ວຍ ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈຳປາສັກ ແລະ ພະນັກງານ​ຫຼັກ​ແຫຼ່ງອ້ອມຂ້າງແຂວງ​ເຂົ້າຮ່ວມ​.

ທ່ານ ​ມະໄລທອງ ກົມມະສິດ ​ໄດ້ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-​ເງິນຕາ ​ໄລຍະ9 ​ເດືອນ ປີ 2020​ ​ໃຫ້​ຮູ້ວ່າ: ໂຄງລ່າງພື້ນຖານດ້ານຕ່າງໆ ໃນແຂວງຈຳປາສັກ ໄດ້ຮັບການກໍ່ສ້າງ ແລະ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າລວມ ຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 12.620,76 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 62,78%, ສະເລ່ຍລາຍຮັບ ໃສ່ຫົວຄົນໄດ້ 1.889 ໂດລາສະຫະລັດ, ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 822,62 ຕື້ກີບ.ທຽບໃສ່ແຜນປີ ປະຕິບັດໄດ້ 56,5%.

ທຽບໃສ່ໄລຍະດຽວກັນ ຫຼຸດລົງ16,5%, ແຜນລາຍຈ່າຍ ປະຕິບັດໄດ້ 371,94 ຕື້ກີບ ເທົ່າກັບ 49,2% ຂອງແຜນປີ,ທຽບໃສໄລຍະດຽວ ກັນ ຫຼຸດລົງ21,46%,ວຽກງານການລົງທຶນ ສາມາດຂົນຂວາຍຈາກທຸກແຫຼ່ງທຶນ3.283,81ຕື້ກີບ,ທຽບໃສ່ແຜນປີປະຕິບັດໄດ້57,12%, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 8,39%.ໃນນັ້ນ, ການລົງທຶນຂອງລັດ16,97 ຕື້ກີບ, ທຶນຊ່ວຍເຫຼືອ (ODA) 125,92 ຕື້ກີບ, ການລົງ ທຶນເອກະ ຊົນ ພາຍໃນ ແລະ ຕ່າງປະເທດ 131,82 ຕື້ກີບ ແລະ ທຶນສິນເຊື່ອທະນາຄານ 3.009,1 ຕື້ກີບ.

ໃນ​ໂອກາດດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ໄດ້ເນັ້ນ​​ໃຫ້​ອົງການ​ປົກຄອງ ​ແຂວງ​ຈຳປາສັກ​ ທຸກ​ຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າພັດທະນາແຂວງຈຳປາສັກ ເຮັດໃຫ້ເສດຖະກິດຂະຫຍາຍຕົວ, ວຽກງານບໍລິການປະຊາຊົນນັບມື້ດີຂຶ້ນ, ຮັບປະກັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ; ເອົາ​ໃຈ​ໃສ່​ປະຕິບັດ​ມາດ​ຕະ ການ​ປ້ອງ​ກັນ,ຄວບ​ຄຸມ,ສະກັດ​ກັ້ນ ​ແລະ ​ແກ້​ໄຂການ​ແພ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ຕາມ​ຄະນະ​ສະ​ເພາະ​ກິດ​ວາງ​ອອກ ​ແຕ່ລະ​ໄລຍະຢ່າງ​ເຂັ້​ມງວດ, ພ້ອມ​ທັງປັບປຸງ​ແບບ​ແຜນການດຳລົງ​ຊີວິດໃຫ້ດີ​ຂຶ້ນ​ກວ່າ​ເກົ່າ.

ໃນການເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຈຳປສັກ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຕິດຕາມສະພາບ ການ ປິ່ນປົວຄົນເຈັບຢູ່ໂຮງໝໍແຂວງ,ພ້ອມທັງມອບເງິນຊ່ວຍເຫຼືອໂຮງໝໍດັ່ງກ່າວ ແລະ ໄດ້ໄປຢ້ຽມຢາມສູນພັດທະນາສີມືແຮງງານພາກໃຕ້ ແລະ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຕື່ມອີກ.